ໄຂສັບປະດາອາຊີຢູ່ມະຫາວິທະຍາໄລສັງລວມມິດຕະພາບລະຫວ່າງບັນດາເຜົ່າຢູ່ລັດເຊຍ
18/12/2013 09:34
(vovworld)- ວັນທີ 17/12, ທີ່ມະຫາວິທະຍາໄລສັງລວມມິດຕະພາບບັນດາເຜົ່າຂອງລັດເຊຍ ໄດ້ໄຂສັບປະດາອາຊີ

ຮ້ານວາງສະແດງຂອງນັກສຶກສາຫວຽດນາມ (vovworld)- ວັນທີ 17/12, ທີ່ມະຫາວິທະຍາໄລສັງລວມມິດຕະພາບບັນດາເຜົ່າຂອງລັດເຊຍ ໄດ້ໄຂສັບປະດາອາຊີ ແລະ ຈະແກ່ຍາວຮອດວັນທີ 20/12. ນີ້ແມ່ນການເຄື່ອນໄຫວວັດທະນະທຳທີ່ອຸດົມສົມບູນ, ມີຜົນປະໂຫຍດຂອງນັກສຶກສາຕ່າງປະເທດທີ່ພວມຮຳ່ຮຽນຢູ່ມະຫາວິທະຍາໄລແຫ່ງນີ້. ສັບປະດາວັດທະນະທຳ ຖືກໄຂຂຶ້ນດ້ວຍບັນດາຮ້ານວາງສະແດງຜະລິດຕະພັນວັດທະນະທຳ ແນະນຳຈຸດທີ່ເປັນເອກະລັກສະເພາະຂອງປະເທດຊາດ, ປະຊາຊົນບັນດາປະເທດອາຊີຄື: ຫວຽດນາມ, ໄທ, ກຳປູເຈຍ, ອິນໂດຍ, ສີລັງກາ, ເນປານ, ອີຣານ, ສເກົາຫລີ, ຈີນ… ຫວຽດນາມ ແມ່ນປະເທດອາຊີທີ່ມີນັກສຶກສາ, ນັກຄົນຄ້ວາປະມານ 500 ຄົນພວມຮຳ່ຮຽນຢູ່ທີ່ນີ້. ເພື່ອນ ຫງວຽນຫວູຮ່ວາງເຟືອງ, ຕາງຫນ້ານັກສຶກສາຫວຽດນາມພວມຮຳ່ຮຽນຢູ່ມະຫາວິທະຍາໄລດັ່ງກ່າວໃຫ້ຮູ້ວ່າ:
TAG
vovworld/vov/ມິດຕະພາບ
Related





