VOV WorldVOV World
ໄຂວັນກາບກອນ ຫວຽດນາມ
05/03/2015 09:27
(vovworld)- ຕອນ​ເຊົ້າ​ວັນ​ທີ 5/3, ພິ​ທີ​ໄຂວັນ​ກາບກອນ​ຫວຽດ​ນາມ ຄັ້ງ​ທີ 13 ດຳ​ເນີນ​ໄປ ວ​ັນ​ມຽວ -ກວກ​ຕື​ຢາມ
ໄຂວັນກາບກອນ ຫວຽດນາມ
ຊາວ​ນ​ະ​ຄອນ​ຫລວງ​ຮ່າ​ໂນ້ຍ​ເຂົ້າ​ຮ່ວມ​ວັນ​ກາບກອນ ​ຫວຽດ​ນາມປີ 2015 ພາບ:vietnamplus.vn  (vovworld)- ຕອນ​ເຊົ້າ​ວັນ​ທີ 5/3, ພິ​ທີ​ໄຂວັນ​ກາບກອນ​ຫວຽດ​ນາມ ຄັ້ງ​ທີ 13 ດຳ​ເນີນ​ໄປ ວ​ັນ​ມຽວ -ກວກ​ຕື​ຢາມ, ຮ່າ​ໂນ້ຍ ດ້ວຍ​ຫົວ​ເລື່ອງ​ມູ່ງ​ໄປ​ເຖິງ​ເຂດ​ທະ​ເລ ແລະ ໝູ່​ເກາະ. ພ້ອມ​ກັບ​ເຫດ​ການ​ງານ​ມະໂຫລານ​ກາບກອນ ອາ​ຊີ - ປາ​ຊີ​ຟີກ ແລະ ກອງ​ປະ​ຊຸມ​ໂຄ​ສະ​ນາ​ວັນ​ນະ​ຄະ​ດີ, ເຂົ້າ​ຮ່ວມວັນ​ກາບກອນ​ຫວຽດ​ນາມ ຄັ້ງ​ທີ 13 ​ມີ​ນັກ​ກະ​ວີ, ນັກ​ປະ​ພັນ ແລະ ນັກ​ແປ​ພາ​ສາ 150 ຄົນ ມາ​ຈາກ 41 ປະ​ເທດ​ໃນ​ໂລກ. ນັກ​ກະ​ວີ ຫງວຽນ​ກວາງ​ທ່ຽວ, ຮອງ​ປະ​ທານ​ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ວັນ​ກາບກອນ ຫວຽດ​ນາມ ປີ 2015 ເພື່ອ​ແນະ​ນຳ​ໂດຍ​ສັງ​ເຂບ​ກ່ຽວ​ກັບ​ໝາກ​ຜົນ, ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ ໃຫ້​ແກ່​ເພື່ອນ​ມິດ​ສາ​ກົນ​.        
TAG
vovworld/ກອງ​ປະ​ຊຸມ​ໂຄ​ສະ​ນາ