ໄທ ລະນຶກ 6 ປີແຫ່ງວັນ ລັດຖະປະຫານການທະຫານ
16/09/2012 10:00
ວັນທີ 15/9, ຝ່າຍເສື້ອແດງ 6.000 ຄົນໄດ້ແຫ່ຂະບວນເຂົ້າຮ່ວມພິທີລະນຶກ 6 ປີ ແຫ່ງວັນເກີດເຫດລັດຖະປະຫານການທະຫານ ຢູ່ ໄທ (19/9) ໂດຍແນວຮ່ວມປະຊາທິປະໄຕຂັບໄລ່ພະເດັດການແຫ່ງຊາດ (UDD) ຈັດຕັ້ງຂຶ້ນຢູ່ ບາງກອກປະເທດໄທ

ຝ່າຍເສື້ອແດງ 6.000 ຄົນໄດ້ແຫ່ຂະບວນເຂົ້າຮ່ວມພິທີລະນຶກ 6 ປີ ແຫ່ງວັນເກີດເຫດລັດຖະປະຫານການທະຫານ ຢູ່ ໄທ (vovworld) - ຕອນຄຳ່ວັນທີ 15/9, ຝ່າຍເສື້ອແດງ 6.000 ຄົນໄດ້ແຫ່ຂະບວນເຂົ້າຮ່ວມພິທີລະນຶກ 6 ປີ ແຫ່ງວັນເກີດເຫດລັດຖະປະຫານການທະຫານ ຢູ່ ໄທ (19/9) ໂດຍແນວຮ່ວມປະຊາທິປະໄຕຂັບໄລ່ພະເດັດການແຫ່ງຊາດ (UDD) ຈັດຕັ້ງຂຶ້ນຢູ່ ບາງກອກປະເທດໄທ. ຜູ້ແຫ່ຂະບວນໄດ້ຮຽກຮ້ອງສືບຕໍ່ດຳເນີນການດັດແກ້ລັດຖະທຳມະນູນ, ກ່າວປະນາມການກໍ່ລັດຖະປະຫານການທະຫານໂຄ່ນລົ້ມລັດຖະບານຂອງອະດີດນາຍົກລັດຖະມົນຕີ ທັກສີນ ຊີນະວັດ, ຮຽກຮ້ອງໃຫ້ລັດຖະບານ ຍູ້ແຮງການສືບສວນກ່ຽວກັບເຫດປາບປາມທີ່ນອງເລືອດຕໍ່ການແຫ່ຂະບວນປະທ້ວງໂດຍ UDD ຈັດຕັ້ງເມ່ືອປີ 2010 ພາຍໃຕ້ສະໄຫມອະດີດນາຍົກລັດຖະມົນຕີ ອະພິສິດ ເວດຊາຊີວະ ເຮັດໃຫ້ 91 ຄົນເສຍຊີວິດ ແລະ ອີກກວ່າ 1000 ຄົນຖືກບາດເຈັບ
TAG
ລັດຖະປະຫານ
Related





