VOV WorldVOV World
ໄວຫນຸ່ມຈະປະກອບສ່ວນໃຫ້ແກ່ການພັດທະນາຂອງແຕ່ລະປະເທດ ແລະ ພົວພັນມິດຕະພາບ ຫວຽດນາມ - ຈີນ
08/04/2015 09:20
(vovworld)- ຕອນ​ບ່າຍ​ວັນ​ທີ 7/4, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້​ນ​ຜິງ
ໄວຫນຸ່ມຈະປະກອບສ່ວນໃຫ້ແກ່ການພັດທະນາຂອງແຕ່ລະປະເທດ ແລະ ພົວພັນມິດຕະພາບ ຫວຽດນາມ - ຈີນ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້​ນ​ຜິງ ກ່າວ​ຄຳ​ເຫັນ​ທີ່​ງານ​ ພົບ​ປະ​ມິດ​ຕະ​ພາບ ຊາວ​ຫນຸ່ມ ຫວຽດ​ນາມ - ຈີນ​ຄັ້ງ​ທີ 15 (vovworld)- ຕອນ​ບ່າຍ​ວັນ​ທີ 7/4, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້​ນ​ຜິງ ໄດ້​ພົບ​ປະ​ ແລະ ກ່າວ​ຄຳ​ເຫັນ​ກັບ​ຊາວ​ຫນຸ່ມ​ສອງ​ປະ​ເທດ ​ຫວຽດ​ນາມ ແລະ ຈີນ ທີ່ເຂົ້າ​ຮ່ວມງານ​ພົບ​ປະ​ມິດ​ຕະ​ພາບ ຊາວ​ຫນຸ່ມ ຫວຽດ​ນາມ - ຈີນ​ຄັ້ງ​ທີ 15. ເລ​ຂາ​ທິ​ການ​ໃຫຍ່ ທັງ​ສອງ​ທ່ານ ​ປາດ​ຖະ​ຫນາ​ວ່າ ໄວ​ຫນຸ່ມ​ສອງ​ປະ​ເທດ ຈະ​ມີ​ການ​ປະ​ກ​ອບ​ສ່ວນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ ແລະ ​ການ​ພົ​ວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ - ຈີນ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ,  ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງເນັ້ນ​ຫນັກ​ເຖິງ​ມູນ​ເຊື້ອ​ການ​ພົວ​ພັນ​ທັງ​ເປັນ​ເພື່ອ​ນ​ມິດ​ສະ​ຫາຍ ທັງ​ເປັນ​ອ້າຍ​ນ້ອງ ລະ​ຫວ່າງ​ສອງ​ພັກ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ.        
TAG
vovworld/ພົບ​ປະ​ມິດ​ຕະ​ພາບ

More