ບໍລິສັດໂທລະຄົມມະນາຄົມສາກົນຂອງຫວຽດນາມເປີດຫ້ອງການຜູ້ຕາງຫນ້າຢູ່ສປປລາວ
27/12/2014 08:31
(vovworld)-ຕອນບ່າຍວັນທີ 26/12 ຢູ່ນະຄອນຫລວງວຽງຈັນ, ບໍລິສັດໂທລະຄົມມະນາຄົມສາກົນ(VNPT International)

ພິທີເປີດຫ້ອງການຜູ້ຕາງຫນ້າຂອງVNPT International ຢູ່ ສປປ ລາວ ພາບ:TTXVN (vovworld)-ຕອນບ່າຍວັນທີ 26/12 ຢູ່ນະຄອນຫລວງວຽງຈັນ, ບໍລິສັດໂທລະຄົມມະນາຄົມສາກົນ(VNPT International) ຂອງຫວຽດນາມ ໄດ້ຈັດພິທີເປີດສະຫລອງຫ້ອງການຜູ້ຕາງຫນ້າຢູ່ ລາວ. ເຫດການນີ້ເປັນຂີດໝາຍສຳຄັນໃນການແຊກຊືມຕະຫລາດສາກົນຂອງບໍລິສັດດັ່ງກ່າວ ແລະ ຢືນຢັນການຮ່ວມມືຢ່າງແຫນ້ນແຟ້ນທີ່ເປັນມູນເຊື້ອລະຫວ່າງ VNPT International ແລະ ບັນດາບໍລິສັດໂທລະຄົມມະນາຄົມ ຂອງລາວ, ພ້ອມທັງສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ VNPT International ໃນການສະຫນອງບັນດາບໍລິການໂທລະຄົມມະນາຄົມສາກົນໃຫ້ແກ່ຕະຫລາດຂອງລາວ. ເຫດການນີ້ກໍເປັນການຢັ້ງຢືນກຳລັງຄວາມສາມາດ, ອິດທິພົນຊື່ສຽງ ແລະ ທີ່ຕັ້ງຂອງ VNPT International ໃນຕະຫລາດໂທລະຄົມມະນາຄົມພາກພື້ນອາຊີ ຕາເວັນອອກສ່ຽງໃຕ້, ພາກພື້ນ ແລະ ສາກົນ. ທີ່ພິທີເປີດສະຫລອງ, VNPT International ໄດ້ລົງນາມຂໍ້ຕົກລົງຮ່ວມມືກັບບັນດາຄູ່ຮ່ວມມືຂອງລາວຄື: Sky Telecom, Planet ISP. ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມປະຈຳລາວ
TAG
vovworld/ເປີດສະຫລອງ
Related





