ບໍ່ທັນຮັບຮູ້ໂຊກຕາກຳບັນດາຕົວປະກັນຍີ່ປຸ່ນແລະຈໍແດນ
31/01/2015 09:33
ຍີ່ປຸ່ນ ແລະ ຈໍແດນ ຍັງຄົງລໍຖ້າໃນຄວາມວິຕົກວັງວົນກ່ຽວກັບໂຊກຕາກຳຂອງຜູ້ຊາຍ 2 ຄົນທີ່ໄດ້ຮັບຖືວ່າພວມຖືກບັນດາມືປືນລັດອິດສະລາມ (IS) ອ້າງຊື່ເອງ ກັກຂັງ

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ກ່າວຄຳເຫັນໃນການປະຊຸມຂ່າວກ່ຽວກັບ ຕົວປະກັນKenji Goto (ພາບ: AFP/TTXVN.) (vovworld) – ຍີ່ປຸ່ນ ແລະ ຈໍແດນ ຍັງຄົງລໍຖ້າໃນຄວາມວິຕົກວັງວົນກ່ຽວກັບໂຊກຕາກຳຂອງຜູ້ຊາຍ 2 ຄົນທີ່ໄດ້ຮັບຖືວ່າພວມຖືກບັນດາມືປືນລັດອິດສະລາມ (IS) ອ້າງຊື່ເອງ ກັກຂັງ, ໃນຂະນະທີ່ອົງການຫົວຮຸນແຮງນີ້ຍັງມິດງຽບພາຍຫຼັງເວລາກຳນົດ ແລກປ່ຽນນັກໂທດເອົາຕົວປະກັນໄດ້ເກີນ 1 ວັນແລ້ວ. ໃນຖະແຫຼງການໜຶ່ງ, ໂຄສົກກະຊວງປ້ອງກັນປະເທດ ຈໍແດນ, ທ່ານ Mamdoud al – Ameri, ຢັ້ງຢືນວ່າ: “ໃນກໍລະນີມີການຜັນແປໃໝ່, ຂໍ້ມູນຂ່າວຈະໄດ້ສະໜອງໃນທັນທີ”. ກ່ອນໜ້ານັ້ນ, ວັນທີ 29/1, ລັດຖະບານ ຈໍແດນ ຖະແຫຼງຈະບໍ່ປ່ອຍຕົວ Sajida al –Rishawi, ນັກໂທດຍິງຊາວ ອີຣັກ ຜູ້ທີ່ຖືກຕັດສິນລົງໂທດດ້ວຍກົນອຸບາຍວາງລະເບີດສະຫຼະຊີບຢູ່ຈໍແດນເມື່ອປີ 2005, ຖ້າຫາກບໍ່ມີພະຍານຫຼັກຖານສະແດງໃຫ້ເຫັນວ່າ: ນັກບິນຂອງປະເທດນີ້ຖືກ IS ຈັບຕົວຍັງມີຊີວິດຢູ່. ໃນຂະນະນັ້ນ, ວົງການເຈົ້າໜ້າທີ່ ຍີ່ປຸ່ນ ພວມຢູ່ໃນສະພາບການເຕື່ອນໄພ, ກຽມພ້ອມຮັບມືກັບທຸກໆການປ່ຽນແປງທີ່ອາດຈະເກີດຂຶ້ນ.
TAG
vovworld/vov/ຊີວິດ/ຕົວປະກັນ
Related





