ບັນດາບໍລິສັດຕ່າງປະເທດຟື້ນຟູ ແລະ ພັດທະນາການຜະລິດດຳເນີນທຸລະກິດຢ່າງວ່ອງໄວ
22/05/2014 10:30
(vovworld) - ຕອນບ່າຍວັນທີ 21/5, ທີ່ການເຮັດວຽກກັບການນຳແຂວງ ບີ່ງເຢືອງ ພ້ອມກັບສະຫະສະມາຄົມວິສາຫະກິດຕ່າງປະເທດ

ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ photo:chinhphu.vn (vovworld) - ຕອນບ່າຍວັນທີ 21/5, ທີ່ການເຮັດວຽກກັບການນຳແຂວງ ບີ່ງເຢືອງ ພ້ອມກັບສະຫະສະມາຄົມວິສາຫະກິດຕ່າງປະເທດ, ວິສາຫະກິດພາຍໃນປະເທດ ແລະ ບັນດານັກລົງທຶນຕ່າງປະເທດ ຢູ່ເຂດອຸດສາຫະກຳຢູ່ບໍລິເວນແຂວງ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ຊົມເຊີຍບັນດາວິສາຫະກິດ, ບັນດານັກລົງທຶນພ້ອມກັບແຂວງ ບີງເຢືອງ ແກ້ໄຂຄວາມຫຍຸ້ງຍາກໃນຕໍ່ຫນ້າຢ່າງທັນການເພື່ອນຳບັນດາວິສາຫະກິດກັບຄືນສູ່ການຜະລິດເປັນປົກກະຕິໂດຍໄວ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ເນັ້ນຫນັກວ່າ: ລັດຖະບານຫວຽດນາມ ຢືນຢັນ: ການປຸກປັ່ນຍຸ້ແຍ່, ທຳລາຍ, ລັກລອບຊັບສິນຂອງວິສາຫະກິດແມ່ນການກະທຳລະເມີດກົດໝາຍ. ລັດຖະບານຫວຽດນາມ ຊີ້ນຳບັນດາທ້ອງຖິ່ນດຳເນີນການສືບສວນສອບສວນ, ປັບໄຫມລົງໂທດຢ່າງເຂັ້ມງວດ, ປະກາດຢ່າງເປີດເຜີຍ ແລະ ໝັ້ນໝາຍກັບບັນດານັກລົງທຶນ, ວິສາຫະກິດ ຈະມີບັນດາມາດຕະການປະສິດທິຜົນບໍ່ປະໃຫ້ເກີດກໍລະນີຄືຜ່ານມາ. ລັດຖະບານຫວຽດນາມ ຢືນຢັນແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ, ນັກລົງທຶນຕ່າງປະເທດທຳມາຫາກິນຢູ່ຫວຽດນາມ, ຮັບປະກັນສິດຜົນປະໂຫຍດອັນຊອບທຳ, ຖືກຕ້ອງກັບກົດໝາຍຫວຽດນາມ ແລະ ທຳນຽມສາກົນຊື່ງຫວຽດນາມໄດ້ລົງນາມກໍຄືບັນດານະໂຍບາຍທີ່ໄດ້ປະກາດໃຊ້.
TAG
vovworld/vov/ວິສາຫະກິດ/ການສືບສວນສອບສວນ
Related





