ບັນດາການເຄື່ອນໄຫວສະເຫລີມສະຫລອງ50ປີແຫ່ງໄຊຊະນະບັ້ນຮົບທຳອິດຂອງກອງທັບເຮືອປະຊາຊົນຫວຽດນາມ
02/08/2014 09:42
(vovworld)- ກ່ອນນີ້ 50 ປີເຕັມ, ຄື ວັນທີ 2 ແລະ ທີ 5/8/196, ກຳລັງທະຫານເຮືອປະຊາຊົນຫວຽດນາມ ເປັນຄັ້ງທຳອິດອອກສະຫນາມຮົບ

ພາບເອກະສານ (vovworld)- ກ່ອນນີ້ 50 ປີເຕັມ, ຄື ວັນທີ 2 ແລະ ທີ 5/8/196, ກຳລັງທະຫານເຮືອປະຊາຊົນຫວຽດນາມ ເປັນຄັ້ງທຳອິດອອກສະຫນາມຮົບ ແລະ ໄດ້ຮັບໄຊຊະນະ. ນີ້ແມ່ນໄຊຊະນະມີຄວາມໝາຍປະຫວັດສາດອັນໃຫຍ່ຫລວງ, ເປີດສາກຫນ້າປະຫວັດສາດອັນສະຫງ່າລາສີຂອງເຫົຼ່າທັບກອງທັບເຮືອ. ຢູ່ທ້ອງຖິ່ນຈຳນວນຫນື່ງກໍໄດ້ດຳເນີນການເຄື່ອນໄຫວສະເຫລີມສະຫລອງເຫດການດັ່ງກ່າວ. ຢູ່ຫໍພິພິດທະພັນຂອງແຂວງ ກວ໋າງນີງ ໄດ້ໄຂ ງານວາງສະແດງ “ໄຊຊະນະບັ້ນຮົບທຳອິດ- ອະທິປະໄຕທະເລໝູ່ເກາະຫວຽດນາມ-ບັນດາພະຍານປະຫວັດສາດ” . ງານວາງສະແດງໄດ້ແນະນຳຮູບພາບເອກະສານອັນລຳ້ຄ່າ 28 ແຜ່ນ ແລະ ວັດຖຸພັນ 12 ຢ່າງ ພ້ອມກັບບັນດາເອກະສານ, ຮູບພາບກ່ຽວກັບການຕໍ່ຕ້ານຕ້ານຈັກກະພັດອາເມລິກາ ອັນສະຫງ່າອົງອາດຂອງກອງທັບ ແລະ ປະຊາຊົນຫວຽດນາມ ຈາກບັນດາແຂວງ ກວ໋າງບີງ,ແທງຮວາ ຕະຫລອດຮອດແຂວງ ກວ໋າງນີງ. ງານວາງສະແດງ ກໍໄດ້ວາດພາບອະທິປະໄຕທະເລໝູ່ເກາະຂອງປະເທດຊາດຢ່າງມີຊີວິດ ຜ່ານບັນດາບົດບັນທຶກຂອງນັກເດີນທະເລ ຝ່າຍຕາເວັນຕົກ ແລະ ແຜນທີ່ຂອງຫວຽດນາມ ຜ່ານບັນດາໄລຍະ ພ້ອມກັບເອກະສານຕົ້ນສະບັບ ແລະ ເຈົາບານຂອງສະໄຫມລາຊະວົງຫງວຽນ.
TAG
vovworld/ສະຫນາມຮົບ
Related






