ບັນດາສາສະໜາລ້ວນແຕ່ເຄື່ອນໄຫວປອງດອງໃນປະຊາຄົມບັນດາເຜົ່າຫວຽດນາມ
17/08/2015 11:23
(vovworld)- ບັນດາສາສະໜາລ້ວນແຕ່ເຄື່ອນໄຫວປອງດອງໃນປະຊາຄົມບັນດາເຜົ່າຫວຽດນາມ. ນີ້ແມ່ນຄຳຢືນຢັນ...

ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕອງທິຟ້ອງຕ້ອນຮັບ ພະອົງ Jeffrey R. Holland ຜູ້ຕາງໜ້າສະມາຄົມບັນດານິກາຍສາສະໜາຄິດ (vovworld)- ບັນດາສາສະໜາລ້ວນແຕ່ເຄື່ອນໄຫວປອງດອງໃນປະຊາຄົມບັນດາເຜົ່າຫວຽດນາມ. ນີ້ແມ່ນຄຳຢືນຢັນຂອງທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕອງທິຟ້ອງ ໃນການຕ້ອນຮັບ ພະອົງ Jeffrey R. Holland ຜູ້ຕາງໜ້າສະມາຄົມບັນດານິກາຍສາສະໜາຄິດ ພ້ອມດ້ວຍຄະນະ ຊຶ່ງພວມເຄື່ອນໄຫວຢ້ຽມຢາມຫວຽດນາມ. ທີ່ການຕ້ອນຮັບເມື່ອຕອນເຊົ້າວັນທີ 17/8 ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕອງທິຟ້ອງ ເນັ້ນໜັກວ່າ ລັດຫວຽດນາມ ຍາມໃດກໍສ້າງເງື່ອນໄຂໃຫ້ຊາວຫວຽດນາມໄດ້ດຳເນີນຊີວິດ ແລະ ເຄື່ອນໄຫວທາງສາສະໜາຢ່າງເສລີຕາມກົດໝາຍ, ສົ່ງເສີມບັນດາສາສະໜາເຂົ້າຮ່ວມປະກອບສ່ວນເຂົ້າໃນການເຄື່ອນໄຫວລວມຂອງສັງຄົມ, ສາມັກຄີກັນສ້າງສາການດຳລົງຊີວິດ, ສາສະໜາໃຫ້ດີງາມ. ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕອງທິຟ້ອງ ຫວັງວ່າ ດ້ວຍບົດບາດ ແລະ ອິດທິພົນຊື່ສຽງຂອງຕົນ, ພະອົງ Jeffrey R. Holland ສືບຕໍ່ປະກອບສ່ວນເພີ່ມທະວີການຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດຫວຽດນາມ-ອາເມລິກາ.
TAG
vovworld/ສາສະໜາ
Related





