ບັນຫາທະເລຕາເວັນອອກຖືກເຕື້ອງເຖິງໃນການພົບປະລະຫວ່າງບັນດາເອກອັກຄະລັດຖະທູດອາຊີ-ປາຊີຟິກ
18/06/2014 08:59
(vovworld)- ວັນທີ 17/6, ທ່ານ ຟ້າມແຊງເຈົາ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ແບນຊີກ ໄດ້ເປັນເຈົ້າພາບການພົບປະສັງສັນນັດສາມັນ

ຈີນຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫລ່ທະວີບຂອງຫວຽດນາມ (vovworld)- ວັນທີ 17/6, ທ່ານ ຟ້າມແຊງເຈົາ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ແບນຊີກ ໄດ້ເປັນເຈົ້າພາບການພົບປະສັງສັນນັດສາມັນລະຫວ່າງກຸ່ມບັນດາທ່ານເອກອັກຄະລັດຖະທູດອາຊີ-ປາຊີຟິກກັບ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແບນຊີກ, ທ່ານ Didier Reynders. ທີ່ການພົບປະ, ສອງຝ່າຍໄດ້ຕີລາຄາກ່ຽວກັບການຜັນແປຂອງສະພາບການຢູ່ພາກພື້ນ ພ້ອມທັງແລກປ່ຽນບັນດາມາດຕະການເພື່ອເປີດກວ້າງການພົວພັນລະຫວ່າງສອງຝ່າຍ. ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ບັນດາທ່ານເອກອັກຄະລັດຖະທູດ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແບນຊີກ ລ້ວນແຕ່ສະແດງຄວາມວິຕົກກັງວົນຕໍ່ສະພາບຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ ແລະ ປາດຖະຫນາ ຢາກໃຫ້ບັນດາຝ່າຍກ່ຽວຂ້ອງແກ້ໄຂຄວາມເຄັ່ງຕຶງໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982 ເພື່ອຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລຢູ່ພາກພື້ນ.
TAG
vovworld/vov/ເຈາະນ້ຳມັນ
Related





