ຈີນ,ອາເມລິກາ ໝັ້ນໝາຍຊຸກຍູ້ການຮ່ວມມືສອງຝ່າຍ
05/12/2013 10:06
(vovworld)- ວັນທີ 4/12, ທ່ານປະທານປະເທດຈີນ ສີຈິ້ນຜິງ ໄດ້ຕ້ອນຮັບທ່ານຮອງປະທານາທິບໍດີ ອາເມລິກາ Joe Biden ພວມຢ້ຽມຢາມປະເທດນີ້

ທ່ານປະທານປະເທດຈີນ ສີຈິ້ນຜິງ photo:internet (vovworld)- ວັນທີ 4/12, ທ່ານປະທານປະເທດຈີນ ສີຈິ້ນຜິງ ໄດ້ຕ້ອນຮັບທ່ານຮອງປະທານາທິບໍດີ ອາເມລິກາ Joe Biden ພວມຢ້ຽມຢາມປະເທດນີ້. ກ່າວຄຳເຫັນທີ່ພິທີຕ້ອນຮັບ, ທ່ານປະທານປະເທດຈີນ ສີຈິ້ນຜິງ ສະແດງຄວາມປາດຖະຫນາວ່າ ການຢ້ຽມຢາມຂອງທ່ານຮອງປະທານາທິບໍດີ ອາເມລິກາ Joe Biden ຈະຊ່ວຍປັບປຸງຄວາມໄວ້ເນື້ອເຊື່ອໃຈ, ການແລກປ່ຽນ ແລະ ຮ່ວມມືລະຫວ່າງສອງປະເທດ. ທ່ານປະທານປະເທດຈີນ ສີຈິ້ນຜິງ ຖືວ່າ: ຈີນ ແລະ ອາເມລິກາ ດ້ວຍຖານະແມ່ນສອງພື້ນຖານເສດຖະກິດຫລັກແຫລ່ງ ແລະ ແມ່ນປະເທດສະມາຊິກປະຈຳສະພາຄວາມໝັ້ນຄົງ ສປຊ, ຄວນແບ່ງປັນບັນດາພັນທະສຳຄັນເພື່ອຮັກສາສັນຕິພາບ, ສະຖຽນລະພາບໃນໂລກ ແລະ ຊຸກຍູ້ການພັດທະນາ. ທ່ານປະທານປະເທດຈີນ ສີຈິ້ນຜິງ ໝັ້ນໝາຍ ຈະມານະພະຍາຍາມພ້ອມກັບອາເມລິກາ ຊຸກຍູ້ການຮ່ວມມືຜ່ານພຶດຕິກຳຕົວຈິງ ແລະ ສົມທົບກັນໃນບັນດາບັນຫາພາກພື້ນ ແລະ ໂລກ, ແກ້ໄຂບັນດາບັນຫາສະດຸ້ງໄວ ແລະ ຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ ເພື່ອຮັບປະກັນການພັດທະນາການພົວພັນສອງຝ່າຍແບບຍືນຍົງ. ສ່ວນທ່ານ Joe Biden ຖືວ່າ: ການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ຕ້ອງໄດ້ຮັບການສ້າງຂຶ້ນດ້ວຍຄວາມໄວ້ວາງໃຈ.
TAG
vovworld/vov/ສອງຝ່າຍ/ຄວາມໄວ້ວາງໃຈ
Related





