ອັດກອງປະຊຸມສະໄໝສາມັນເທື່ອທີ10,ສະພາແຫ່ງຊາດຫວຽດນາມຊຸດທີ13
27/11/2015 11:12
(vovworld) -ຕອນບ່າຍວັນທີ 27/11, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດໄດ້ດຳເນີນວາລະອັດກອງປະຊຸມສະໄໝສາມັນເທື່ອທີ10, ສະພາແຫ່ງຊາດຫວຽດນາມ ຊຸດທີ 13.

ອັດກອງປະຊຸມສະໄໝສາມັນເທື່ອທີ10, ສະພາແຫ່ງຊາດຫວຽດນາມຊຸດທີ13 (ພາບ: dangcongsan) (vovworld) -ຕອນບ່າຍວັນທີ 27/11, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດໄດ້ດຳເນີນວາລະອັດກອງປະຊຸມສະໄໝສາມັນເທື່ອທີ10, ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ເຂົ້າຮ່ວມວາລະອັດກອງປະຊຸມມີທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ; ທ່ານປະທານປະເທດ ເຈືອງເຕີຊາງ; ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ; ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ; ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ. ວາລະອັດກອງປະຊຸມໄດ້ຮັບການຖ່າຍຖອດສົດຜ່ານ VOV, ໂທລະພາບຫວຽດນາມ ເພື່ອໃຫ້ຜູ້ມີສິດເລືອດຕັ້ງ, ປະຊາຊົນໃນທົ່ວປະເທດຕິດຕາມ. ກ່າວຄຳເຫັນອັດກອງປະຊຸມສະໄໝສາມັນເທື່ອທີ10, ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ. “ປີ 2016, ເຊິ່ງແມ່ນປີທຳອິດຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ແລະ ແຜນການພັດທະນາເສດຖະກິດສັງຄົມໄລຍະ 5 ປີ (2016 - 2020), ສະພາແຫ່ງຊາດໄດ້ມີມະຕິຕັດສິນຄາດໝາຍລວມກ່ຽວກັບການພັດທະນາເສດຖະກິດສັງຄົມຂອງປີ 2016 ແມ່ນສືບຕໍ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ສູ້ຊົນບັນລຸລະດັບເຕີບໂຕໃຫ້ສູງກວ່າ; ພ້ອມທັງປົວແປງຄຸນນະພາບການເຕີບໂຕ ແລະ ຮັບປະກັນການພັດທະນາແບບຍືນຍົງ. ຕາມນັ້ນແລ້ວ, ສະພາແຫ່ງຊາດຮຽກຮ້ອງໃຫ້ລັດຖະບານປະຕິບັດບັນດາຄາດໝາຍ, ຈຸດໝາຍລະອຽດ, ສຸມໃສ່ຍູ້ແຮງການປະຕິບັດບັນດາຂອດບຸກທະລຸຍຸດທະສາດ, ຍົກສູງສະມັດຕະພາບ, ຄຸນນະພາບ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ, ພັດທະນາຢ່າງຄົບຊຸດ, ມີປະສິດທິຜົນ ແລະ ຮັບປະກັນການເຄື່ອນໄຫວຂອງບັນດາຕະຫຼາດຢ່າງທະລຸລົງ, ປົກປັກຮັກສາສິ່ງແວດລ້ອມ, ພັດທະນາວັດທະນະທຳ, ປະຕິບັດຄວາມຍຸຕິທຳດ້ານສັງຄົມ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ, ຍູ້ແຮງການປະຕິຮູບດ້ານບໍລິຫານ, ສ້າງການຫັນປ່ຽນກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢ່າງເຫັນໄດ້ຊັດ, ຍົກສູງປະສິດທິຜົນວຽກງານການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ຕັດສິນໃຈຕໍ່ສູ້, ປົກປັກຮັກສາສັນຕິພາບ ແລະ ປົກປັກຮັກສາອະທິປະໄຕແຫ່ງຊາດ”.
TAG
vovworld/vov/ກອງປະຊຸມ
Related





