VOV WorldVOV World
ແກ້ໄຂສະພາບສິນຄ້າຄ້າງສາງຂອງວິສາຫະກິດ
14/08/2012 11:25
ຕາມ​ການ​ສະຖິຕິ​ຂອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ​ແລ້ວ,​ໄລ່​ມາ​ຮອດ​ເດືອນ 7/2012, ດັດຊະນີ​ສິນຄ້າ​ຄ້າງ​ສາງ​ຂອງ​ບັນດາ​ຂະ​ແຫນງ​ຜະລິດ, ອຸດສາຫະກຳ​ເພີ່ມ​ຂຶ້ນ 6%
ແກ້ໄຂສະພາບສິນຄ້າຄ້າງສາງຂອງວິສາຫະກິດ
ພາບປະກອບ: internet (vovworld) -  ຕາມ​ການ​ສະຖິຕິ​ຂອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ​ແລ້ວ,​ໄລ່​ມາ​ຮອດ​ເດືອນ 7/2012, ດັດຊະນີ​ສິນຄ້າ​ຄ້າງ​ສາງ​ຂອງ​ບັນດາ​ຂະ​ແຫນງ​ຜະລິດ, ອຸດສາຫະກຳ​ເພີ່ມ​ຂຶ້ນ 6% ຊຶ່ງ​ແມ່ນ​ລະດັບ​​ສູງ​ພໍ​ສົມຄວນ​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ. ​ໃນ​ຂະນະ​ນັ້ນ ລາຄາ​ວັດຖຸ​ດິບ​ສົ້ນ​ເຂົ້າ​ເພີ່ມ​ຂຶ້ນ​ຢ່າງ​ລ່ຽນ​ຕິດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ ຍິ່ງ​ເຮັດ​ໃຫ້​ການ​ຜະລິດ​ຂອງວິ​ສາ​ຫະກິດ​ຍາກ​ທີ່​ເຕີບ​ໂຕ​ໄດ້ ​ແລະ ການ​ຈຳຫນ່າຍ​ຜະລິດ​ຕະພັນ​ກໍ​ຊັກ​ຊ້າ. ສະ​ນັ້ນ ​ໃນ​ອາທິດ​ນີ້ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ວາງ​​ແຜນ​ຮ່າງ​ແກ້​ໄຂ​ສະພາບ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ, ​ໃນ​ນັ້ນ​ມີ​ຫລາຍ​ມາດ​ຕະການ​ຍູ້​ແຮງ​ການ​ຈຳຫນ່າຍສິນຄ້າ, ​ແກ້​ໄຂ​ສະພາບ​ສິນຄ້າ​ຄ້າງ​ສາງ, ຊ່ວຍ​ວິ​ສາ​ຫະກິດ​ພັດທະນາ​ການ​ຜະລິດ. ຕາມ​ທ່ານ Vu Huy Hoang ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​​ແລ້ວ, ​ແຜນ​ຮ່າງ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດຊຶ່ງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ກະກຽມ​ປະກາດ​​ໃຊ້​ຈະ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ຢ່າງ​ຕັ້ງຫນ້າ​ໃນ​ສະພາບ​ປະຈຸ​ບັນ, ທ່ານ Vu Huy Hoang ໃຫ້​ຮູ້​ວ່າ:        
TAG
ສິນຄ້າ

More