ແຂວງ Ninh Binh ສະຫລຸບ 1 ປີ ແຫ່ງການປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງ
29/08/2012 10:16
ຕອນເຊົ້າວັນທີ 29/8, ຄະນະພັກແຂວງ Ninh Binh ຈັດຕັ້ງກອງປະຊຸມສະຫລຸບ 1 ປີ ແຫ່ງການຜັນຂະຫຍາຍປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງກ່ຽວກັບການສືບຕໍ່ຍູ້ແຮງການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈິມີນ

ນະຄອນ Ninh Binh ພາບ: internet (vovworld) - ຕອນເຊົ້າວັນທີ 29/8, ຄະນະພັກແຂວງ Ninh Binh ຈັດຕັ້ງກອງປະຊຸມສະຫລຸບ 1 ປີ ແຫ່ງການຜັນຂະຫຍາຍປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງກ່ຽວກັບການສືບຕໍ່ຍູ້ແຮງການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈິມີນ. ມາຮອດປະຈຸບັນ, ມີ 93% ອົງການພັກຂັ້ນຮາກຖານໃນແຂວງ ໄດ້ສ້າງມາດຖານຄຸນສົມບັດຂອງພະນັກງານ, ສະມາຊິກພັກ. ບັນດາຜູ້ນຳຫນ້າໃນຄະນະພັກ, ຫົວຫນ້າບັນດາອົງການ, ຫົວຫນ່ວຍຕ້ອງເປັນແບບຢ່າງ, ນຳຫນ້າໃນການປະຕິບັດ, ເຊີດຊູການຕຳນິດຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍ, ກໍ່ສ້າງກຸ່ມກ້ອນມະຫາສາມັກຄີ, ເສີມຂະຫຍາຍປະຊາທິປະໄຕໃນການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມີນ. ທ່ານ Pham Xuan Chuan ປະທານສະມາຄົມຜູ້ອາຍຸສູງ ຕາແສງ Dong Son ເທດສະບານ Tam Diep ເປັນແບບຢ່າງໃນການຂົນຂວາຍປະຊາຊົນກໍ່ສ້າງຄົມມະນາຄົມຢູ່ຊົນນະບົດ ໃຫ້ຮູ້ວ່າ:
TAG
ຄຳສັ່ງ
Related






