ເລິມດົ່ງ - ພະນົມເປັນ: ຂົວເຊື່ອມຕໍ່ໃຫ້ແກ່ການຮ່ວມມືຢ່າງຮອບດ້ານ ຫວຽດນາມ - ກຳປູເຈຍ
12/04/2026 08:39
[VOVWORLD] - ຊາຍແດນ - ເຂດປ່າ - ເຂດພູພຽງ - ທະເລ ແມ່ນໃຈກາງສຳຄັນຂອງແລວເສດຖະກິດຕາເວັນອອກ - ຕາເວັນຕົກ ຂອງ ຫວຽດນາມ ກັບບັນດາແຂວງທາງທິດຕາເວັນອອກຂອງ ກຳປູເຈຍ

4-_lam_dong_anh_3.jpg ທ່ານ Pen Sovicheat, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກຳປູເຈຍ ໃນ ບັນ ຍາ ກາດ ຕ້ອນ ຮັບ ບຸນ ປີ ໃໝ່ Chol Chnam Thmey ປີ 2026, ຕອນ ບ່າຍ ວັນ ທີ 11 ເມ ສາ , ຢູ່ ນະ ຄອນ ຫຼວງ ພະ ນົມ ເປັນ , ກຳ ປູ ເຈຍ , ແຂວງ ເລິມ ດົ່ງ ໄດ້ ຈັດ ກອງ ປະ ຊຸມ ສົ່ງ ເສີມ ດ້ານ ການ ຄ້າ , ທ່ອງ ທ່ຽວ ແລະ ລົງ ທຶນ ແຂວງ ເລິມ ດົ່ງ ປີ 2026. ກ່າວ ຄຳ ເຫັນ ທີ່ກອງ ປະ ຊຸມ , ທ່ານ ບຸຍ ທັງ , ຮອງ ເລ ຂາ ຄະ ນະ ພັກແຂວງ ເລິມ ດົ່ງ ໄດ້ ເນັ້ນ ໜັກ ເຖິງ ຄວາມ ສາ ມາດ ບົ່ມ ຊ້ອນ ການ ພັດ ທະ ນາ: ຊາຍ ແດນ - ເຂດ ປ່າ - ເຂດ ພູ ພຽງ - ທະ ເລ ແມ່ນ ໃຈ ກາງ ສຳ ຄັນ ຂອງ ແລວ ເສດ ຖະ ກິດ ຕາ ເວັນ ອອກ - ຕາ ເວັນ ຕົກ ຂອງ ຫວຽດ ນາມ ກັບ ບັນ ດາ ແຂວງ ທາງ ທິດ ຕາ ເວັນ ອອກ ຂອງ ກຳ ປ ູ ເຈຍ , ເຊິ່ງ ແມ່ນ ແຂວງ Mondulkiri ໂດຍ ກົງ . ສະ ນັ້ນ , ເລິມ ດົ່ງ ຈະ ແມ່ ນ ຂົວ ຕໍ່ ເສດ ຖະ ກິດ ທຳ ມະ ຊາດ ລະ ຫວ່າງ ຫວຽດ ນາມ ແລະ ກຳ ປູ ເຈຍ. ສ່ວນ ທ່ານ Pen Sovicheat, ລັດ ຖະ ມົນ ຕີ ກະ ຊວງ ອຸດ ສາ ຫະ ກຳ ແລະ ການ ຄ້າ ກຳ ປູ ເຈຍ ໃຫ້ ຮູ້ ວ່າ ລັດ ຖະ ບານ ກຳ ປ ູ ເຈຍ ມີ ຫຼາຍ ນະ ໂຍ ບາຍ ໃຫ ້ ບຸ ລິ ມະ ສິດ , ດຶງ ດູດ ບັນ ດາ ນັກ ລົງ ທຶນ ຕ່າງ ປະ ເທດ , ເປີດກວ້າງ ຕະ ຫຼາດ ເພື່ອ ຊຸກ ຍູ້ ການ ແລກ ປ່ຽນ ການ ຄ້າ ແລະ ການ ຮ່ວມ ມື ດ້ານ ການ ທ່ອງ ທ່ຽວ.
TAG
VOV/VOVWORLD/ແລກປ່ຽນ/ການຄ້າ/ຮ່ວມມື
Related





