ເລຂາທິການໃຫຍ່ສະມາຄົມມິດຕະພາບອັງກິດ-ຫວຽດນາມ:ຈີນຄວນເຄົາລົບອະທິປະໄຕທະເລຂອງຫວຽດນາມ
11/05/2014 09:58
(vovworld)-ວັນທີ 10/5, ທ່ານ Len Aldis, ເລຂາທິການໃຫຍ່ສະມາຄົມມິດຕະພາບ ອັງກິດ-ຫວຽດນາມ

ຮ້ານເຈາະນ້ຳມັນຂອງຈີນຕັ້ງຜິດກົດໝາຍຢູ່ເຂດທະເລຫວຽດນາມ ພາບ:internet (vovworld)-ວັນທີ 10/5, ທ່ານ Len Aldis, ເລຂາທິການໃຫຍ່ສະມາຄົມມິດຕະພາບ ອັງກິດ-ຫວຽດນາມ ໄດ້ສົ່ງຈົດໝາຍເຖິງສະຖານທູດ ຈີນ ຢູ່ ລາຊະອານາຈັກ ອັງກິດ ແລະ ໄອແລນເຫນືອ ໂດຍສະແດງຄວາມວິຕົກກັງວົນຕໍ່ການຜັນແປຢ່າງສັບສົນປະຈຸບັນຢູ່ທະເລຕາເວັນອອກທີ່ກ່ຽວຂ້ອງເຖິງເລື່ອງຈີນ ນຳຮ້ານເຈາະນ້ຳມັນເຂົ້າເຄື່ອນໄຫວຢູ່ເຂດທະເລຂຶ້ນກັບອະທິປະໄຕຂອງຫວຽດນາມ. ຕາງຫນ້າໃຫ້ສະມາຄົມມິດຕະພາບ ອັງກິດ ຫວຽດນາມ, ທ່ານ Len Aldis ໄດ້ຮຽກຮ້ອງໃຫ້ ຝ່າຍຈີນ ຈົ່ງຖອນຮ້ານເຈາະນ້ຳມັນກໍຄືບັນດາກຳປັ່ນອອກຈາກເຂດທະເລຂອງຫວຽດນາມ. ທ່ານ Aldis ສະແດງຄວາມປາດຖະຫນາວ່າ ລັດຖະບານ ຈີນ ຈະມີຄຳຕອບຕໍ່ຄຳຮຽກຮ້ອງຂອງປະຊາຄົມໂລກ, ເຄົາລົບອະທິປະໄຕທະເລຂອງຫວຽດນາມ.
TAG
vovworld/vov/ຮ້ານເຈາະນ້ຳມັນ
Related





