ເພີ່ມທະວີການຮ່ວມມືດ້ານການທູດ ລະຫວ່າງ ຫວຽດນາມ ແລະ ລາວ
17/09/2012 14:58
ໃນຂອບເຂດການຢ້ຽມຢາມ,ເຮັດວຽກ ແລະ ເຂົ້າຮ່ວມການພົບປະແລກປ່ຽນ ຢູ່ ຫວຽດນາມ ແຕ່ວັນທີ 16 -19/9/2012, ວັນທີ 17/9 ທ່ານ ພວງແກ້ວ ລັງສີ, ຫົວຫນ້າກົມອາຊີ - ປາຊີຟີກ - ອາຟຼິກາ ສັງກັດກະຊວງການຕ່າງປະເທດ ລາວ ໄດ້ມີການພົບປະກັບ ທ່ານ Pham Quang Vinh ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ
(vovworld) - ໃນຂອບເຂດການຢ້ຽມຢາມ,ເຮັດວຽກ ແລະ ເຂົ້າຮ່ວມການພົບປະແລກປ່ຽນ ຢູ່ ຫວຽດນາມ ແຕ່ວັນທີ 16 -19/9/2012, ວັນທີ 17/9 ທ່ານ ພວງແກ້ວ ລັງສີ, ຫົວຫນ້າກົມອາຊີ - ປາຊີຟີກ - ອາຟຼິກາ ສັງກັດກະຊວງການຕ່າງປະເທດ ລາວ ໄດ້ມີການພົບປະກັບ ທ່ານ Pham Quang Vinh ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ. ທ່ານ Pham Quang Vinh ມີຄວາມປິຕິຊົມຊື່ນໂດຍເຫັນວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກະຊວງການຕ່າງປະເທດ ແລະ ປະຊາຊົນສອງປະເທດນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ. ທ່ານ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຢືນຢັນວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຫນູນຊ່ວຍ ແລະ ສົມທົບກັບລາວ ຈັດຕັ້ງກອງປະຊຸມສຸດຍອດ ອາຊີ - ເອີລົບ ຄັ້ງທີ 9 (ASEM 9) ປະສົບຜົນສຳເລັດ ແລະ ເວທີປາໄສຄູ່ຮ່ວມມືລັດຖະສະພາ ອາຊີ - ເອີລົບຄັ້ງທີ 7 ໃນປີ 2012.
Related






