VOV WorldVOV World
ເປີດສະຫຼອງພະພຸດ ທະຮູບທອງໃຫ່ຍກ່ວາ ໝູ່ຢູ່ອາຊີຕາເວັນ ອອກສ່ຽງໃຕ້
01/09/2014 08:25
​​ເປີດ​ສະຫຼອງ​ພະພຸດທະ​ຮູບທອງ​ໃຫ່ຍກ່ວາ​ໝູ່​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້
ເປີດສະຫຼອງພະພຸດ ທະຮູບທອງໃຫ່ຍກ່ວາ ໝູ່ຢູ່ອາຊີຕາເວັນ ອອກສ່ຽງໃຕ້

(ພາບ: http://vnexpress.net )

(vovworld)- ​ ​ວັນ​ທີ 31/8, ຢູ່​ແຂວງ​ນາມ​ດິ້ງ, ​ໄດ້​ຈັດ​ໃຫ້​ມີ​ພິທີເປີດ​ສະຫຼອງ​ພະພຸດທະ​ຮູບ ທິກ​ກາ​ເມົາ​ນີ ​ເຮັດ​ດ້ວຍທອງທີ່​ມີ​ຂອບ​ຂະໜາດ​ໃຫ່ຍກ່ວາ​ໝູ່​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ປະຈຸ​ບັນ ຊື່​ງມີ​ຄຸນຄ່າ​ດ້ານ​ວັດທະນະທຳ, ຈິດ​ວີນຍານ​ທີ່​ໃຫ່ຍຫຼວງ.

ພະພຸດທະ​ຮູບ ທິກ​ກາ​ເມົາ​ນີ ມີ​ລວງ​ສູງ 20 ​ແມັດ, ມີນ້ຳ​ໜັກ 150 ​ໂຕນ. ພະພຸດທະ​ຮູບ ທິກ​ກາ​ເມົາ​ນີ ຖືກ​ຖື​ວ່າ ​ແມ່ນ​ກິດຈະກຳ​ມີ​ຄວາມ​ໝາຍ​ດ້ານ​ຈິດ​ວີນຍານ ​ແລະ ວັດທະນະທຳ​ໃຫ່ຍຂອງ​ແຂວງ​ນາມ​ດິ້ງ ຊື່​ງນອນ​ໃນ​ຂອບເຂດ​ທີ່​ມີ​ເນື້ອ​ທີ່​ກ້ວາງ 4800 ຕາລາງ​ແມັດ.

​ເຂົ້າຮ່ວມ​ພິທີ​ເປ​ີດສະຫຼອງ​ມີ​ທ່ານ​ຫງວຽນ​ທ້ຽນ​ເຍິນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ; ທ່ານ​ເຈິ່ນດ້າຍກວາງ, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ​, ພະ​ມະຫາ​ອາຈານ​ທິກ​ດຶກ​ງຽບ-​ຢູ່​ສູນ​ກາງ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ; ຜູ້ຕາງໜ້າ​ການ​ນຳ​ຄະນະ​ກຳມະການ ປຊຊ ​ແຂວງ​ນາມ​ດິ້ງ ພ້ອມ​ດ້ວຍ​ພະສົງ​ສາມະ​ເນັນ, ພຸດທະສາສະ​ນິກກະ​ຊົນ, ​ແຂກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫຼວງ​ຫຼາຍ./.

TAG
Vovworld/vov/ເປີດສະຫຼອງພະພຸດທະຮູບທອງ

More