VOV WorldVOV World
ເຊີດຊູບັນດາກິດຈະກຳດີເດັ່ນແລະເປັນແບບຢ່າງໄລຍະ 2011-2015
29/11/2015 08:39
(vovworld)- ​ ຕອນ​ເຊົ້າ​ວັນ​ທີ 29/11 ຢູ່ ຮ່າ​ໂນ້ຍ, ອົງ​ຄະ​ນະ​ພັກ​ກຸ່ມ​ວິ​ສາ​ຫະ​ກິດ​ສູນ​ກາງ ໄດ້​ຈັດ​ຕັ້ງ​ພິ​ທີ​ເຊີ​ດ​ຊູ​ບັນ​ດາ​ກິດ​ຈະ​ກຳ
ເຊີດຊູບັນດາກິດຈະກຳດີເດັ່ນແລະເປັນແບບຢ່າງໄລຍະ 2011-2015
ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກກ່າວ​ຄຳ​ເຫັນ​ທີ່​ພິ​ທີ ພາບ:internet (vovworld)-  ​ ຕອນ​ເຊົ້າ​ວັນ​ທີ 29/11 ຢູ່ ຮ່າ​ໂນ້ຍ, ອົງ​ຄະ​ນະ​ພັກ​ກຸ່ມ​ວິ​ສາ​ຫະ​ກິດ​ສູນ​ກາງ ໄດ້​ຈັດ​ຕັ້ງ​ພິ​ທີ​ເຊີ​ດ​ຊູ​ບັນ​ດາ​ກິດ​ຈະ​ກຳ, ຜະ​ລິດ​ຕະ​ພັນ, ບໍ​ລິ​ການ​ດີ​ເດັ່ນ ແລະ ເປັນ​ແບບ​ຢ່າງ​ໄລ​ຍະ 2011 -2015. ຄະ​ນະ​ຈັດ​ຕັ້ງ​ໄດ້​ເຊີດ​ຊູ 95 ສ່ວນ​ບຸກ​ຄົນ​ມີ​ຜົນ​ງານດີ​ເດັ່ນ​ໃນ​ຂະ​ບວ​ນ​ການ​ແຂ່ງ​ຂັນ​ອອກ​ແຮງ​ງານ, ກໍ່​ສ້າງ​ພັກ, ສ້າງ​ສາ ແລະ ພັດ​ທະ​ນາ​ວິ​ສາ​ຫະ​ກິດ ພ້ອມ​ທັງ​ເຊີດ​ຊູ 62 ໝູ່​ຄະ​ນະ ມີ​ກິດ​ຈະ​ການ, ຜະ​ລິດ​ຕະ​ພັນ, ບໍ​ລິ​ການ ທີ່​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ​ໄລ​ຍະ 2011-2015. ກ່າ​ວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ ແລະ ປ​ະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ຂອງ​ບັນ​ດາ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ​ດີ​ເດັ່ນ ພ້ອມ​ທັງ​ເນັ້ນ​ຫນັກ​ເຖິງ​ບັນ​ດາ​ມາດ​ຕະ​ການ​ຕ້ອງ​ປະ​ຕິ​ບັດ.
TAG
vovworld/ອົງ​ຄະ​ນະ​ພັກ

More