VOV WorldVOV World
ເສີມຂະຫຍາຍປະຊາທິປະໄຕ,ພູມປັນຍາປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ1992ສະບັບປັບປຸງ
28/03/2013 09:46
ຕອນ​ເຊົ້າ​ວັນ​ທີ 28/3 ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ຮຽບຮຽງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ແລະ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ກອງປະຊຸມ​ຮັບ​ເອົາ​ຄ​ຳ​ເຫັນ​ບັນດາ​ພະນັກງານ​ອະດີດ​ການ​ນຳ​ພັກ, ລັດ ປະກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ
ເສີມຂະຫຍາຍປະຊາທິປະໄຕ,ພູມປັນຍາປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ1992ສະບັບປັບປຸງ
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ພາບ:internet  (vovworld)-  ຕອນ​ເຊົ້າ​ວັນ​ທີ 28/3 ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ຮຽບຮຽງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ແລະ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ກອງປະຊຸມ​ຮັບ​ເອົາ​ຄ​ຳ​ເຫັນ​ບັນດາ​ພະນັກງານ​ອະດີດ​ການ​ນຳ​ພັກ, ລັດ ປະກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ​ ຫງວຽນ​ຊີງ​ຮຸ່ງ, ປະທານ​ຄະນະ​ກຳມະການ​ຮຽບຮຽງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໄດ້​ຊີ້​ແຈງ​ວ່າ: ການ​ປັບປຸງ, ​ເພີ່ມ​ເຕີມ​ລັດຖະທຳ​ມະນູນ​ປີ 1992 ​ແມ່ນ​ຫນ້າທີ່​ຈຸດ​ສຸມ​ຂອງ​ທັງ​ລະບົບ​ການ​ເມືອງ,​​ແມ່ນ​ວຽກ​ງານ​ສຳຄັນ​ຍິ່ງ​ຂອງ​ປະ​ເທດ​ຊາດ, ຮຽກຮ້ອງ​ຕ້ອງ​ປະຕິບັດ​ຢ່າງ​ຮີບ​ເຮັ່ງ, ລອບ​ຄອບ​ຖິ່ຖ້ວນ ​ແລະ ວິທະຍາ​ສາດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ​ໃຫ້​ຮູ້​ວ່າ: ​ຜ່ານ​ການລວບ​ລວມ​ເບື້ອງ​ຕົ້ນ​ເຫັນ​ວ່າ, ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ໄດ້​ຈັດ​ກອງ​ປະຊຸມ​ຮັບ​ເອົາ​ຄຳ​ເຫັນ​ເກືອບ 30.000 ຄັ້ງ ​ແລະ ຄຳ​ເຫັນ​ທີ່​ປະຊາຊົນ​​ເກືອບ 20 ລ້ານ​ເທື່ອ​ຄົນສົ່ງ​ເຖິງ​ດ້ວຍ​ລາຍ​ລັກ​ອັກສອນ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ​ໃນ​ວິວັດ​ການຈັດ​ຕັ້ງ​ຍັງ​ມີ​ປະກົດ​ການ​ສວຍ​​ໃຊ້​ບັ້ນ​ຮັບ​ເອົາ​ຄຳ​ເຫັນ​ປະກອບ​ເພື່ອ​ແບ່ງ​ແຍກ​ຄວາມ​ສາມັກຄີຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ, ຂາດຈິດ​ໃຈ​ສ້າງສັນ, ປະຕິ​ເສດ​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນິດ​ ຫວຽດນາມ​ສຳລັບ​ລັດ ​ແລະ ສັງຄົມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ຫນັກ​ວ່າ:        
TAG
ລັດຖະທຳມະນູນ