EU ແລະ ກູບາກ້າວໄປເຖິງການສ້າງການພົວພັນເປັນປົກກະຕິ
11/02/2014 12:05
(vovworld)- ວັນທີ 10/2, ລັດຖະມົນຕີບັນດາປະເທດ EU ໄດ້ເຫັນດີເປັນ ເອກະສັນເພື່ອໃຫ້ ຄະນະກຳມະການ ເອີລົບ EC ...

ຜູ້ຕາງໜ້າຂັ້ນສູງກ່ຽວກັບ ນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ Catherine Ashton ເປັນປະທານກອງປະຊຸມ ບັນດາລັດຖະມົນຕີການຕ່າງປະເທດ EU ເມື່ອວັນທີ 10/2 (ພາບ: Reuters) (vovworld)- ວັນທີ 10/2, ລັດຖະມົນຕີບັນດາປະເທດ EU ໄດ້ເຫັນດີເປັນ ເອກະສັນເພື່ອໃຫ້ຄະນະ ກຳມະການ ເອີລົບ EC ແລະ ຜູ້ຕາງໜ້າຂັ້ນສູງກ່ຽວກັບ ນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ Catherine Ashton ດຳເນີນການເຈລະຈາກັບ ກູບາເພື່ອມຸ່ງໄປສູ່ການເຊັນສັນຍາຮ່ວມມື ແລະ ການສົນທະນາການເມືອງ, ຊຶ່ງແມ່ນສັນຍາສ້າງການພົວພັນ 2 ຝ່າຍເປັນປົກກະຕິ, ເອົາໃຈໃສ່ເຖິງການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ. ທ່ານເອກອັກຄະລັດຖະທູດ EU ປະຈຳກູບາ ທ່ານ Herman Portocarero ຖືວ່າ ວຽກງານນີ້ແມ່ນບາດກ້າວເດີນທີ່ມີລັກສະນະຕັດສິນ ແນໃສ່ຊອກຫາທິດທາງການສົນທະນາ ແລະ ຖືວ່າ ຄວາມເຂົ້າໃຈກັນດີກ່ວາຈະນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ. ໃນຖະແຫຼງການສະບັບໜຶ່ງເມື່ອວັນທີ 11/2, ທ່ານຮອງລັດຖະມົນຕີການຕ່າງປະເທດກູບາ Rogelio Sieera ຊີ້ແຈ້ງວ່າ ກູບາຈະພິຈາລະນາຂໍ້ສະເໜີຂອງ EU ກ່ຽວກັບການດຳເນີນການສົນທະນາລະຫວ່າງ 2 ຝ່າຍ, ໂດຍອີງບົນຈິດໃຈເຄົາລົບ, ສ້າງສາ, ສອດຄ່ອງກັບອະທິປະໄຕ ແລະ ຜົນປະໂຫຍດແຫ່ງຊາດຂອງປະເທດນີ້.
TAG
vov/vovworld/ກູບາ/ສະຫະພາບເອີລົບ
Related





