ວັນທີ 13 ກໍລະກົດ, ສະຫະພາບເອີລົບ (EU) ໄດ້ປະກາດວ່າ ບັນດານັກອຸປະຖຳເອີລົບ ໄດ້ໃຫ້ຄຳໝັ້ນສັນຍາ ສະໜອງເງິນປະມານ 1 ຕື້ USD ເພື່ອໜູນຊ່ວຍໄລຍະຟື້ນຟູເບື້ອງຕົ້ນຢູ່ເຂດກາຊາ ພາຍຫຼັງການປະທະກັນທີ່ແກ່ຍາວ. ກ່າວຄຳເຫັນກ່ອນດຳເນີນກອງປະຊຸມບັນດານັກອຸປະຖຳຢູ່ ບຣູກແຊນ (ແບນຊິກ), ທ່ານນາງ Dubravka Suica ກຳມະການ EU ຮັບຜິດຊອບພາກພື້ນ ເມດີແຕຣາເນ ໃຫ້ຮູ້ວ່າ ບ້ວງເງິນໜູນຊ່ວຍຈະນຳໃຊ້ເພື່ອແກ້ໄຂຊາກຫັກພັງໂດຍການປະທະກັນກໍ່ຂຶ້ນ ແລະ ຟື້ນຟູບັນດາການບໍລິການທີ່ຈຳເປັນຄືສະໜອງນ້ຳປະປາ, ອະນາໄມທຳຄວາມສະອາດສິ່ງແວດລ້ອມ ແລະ ບຳບັດນ້ຳເສຍ. ຕາມທ່ານນາງ Suica ແລ້ວ, ສິ່ງສຳຄັນທີ່ສຸດໃນປັດຈຸບັນແມ່ນສ້າງເງື່ອນໄຂເພື່ອໃຫ້ປະຊາຊົນກາຊາໄດ້ຮັບການຊ່ວຍເຫຼືອດັ່ງກ່າວ. ທ່ານນາງໃຫ້ຮູ້ວ່າ ບັນດານັກອຸປະຖຳປາດຖະໜາຢາກຜັນຂະຫຍາຍການຟື້ນຟູເບື້ອງຕົ້ນໂດຍໄວ, ແຕ່ເນັ້ນໜັກວ່າເລື່ອງ Hamas ປົດອາວຸດແມ່ນເງື່ອນໄຂທີ່ຈຳເປັນເພື່ອມຸ່ງໄປເຖິງພາລະກິດກໍ່ສ້າງຄືນໃໝ່ດ້ວຍຂະໜາດໃຫຍ່.
EU ປະກາດບ້ວງເງິນໜູນຊ່ວຍ 1 ຕື້ USD ເພື່ອສ້າງຕັ້ງ ເຂດ ກາຢາຄືນໃໝ່
14/07/2026 06:57
[VOVWORLD] - ຕາມທ່ານນາງ Suica ແລ້ວ, ສິ່ງສຳຄັນທີ່ສຸດໃນປັດຈຸບັນແມ່ນສ້າງເງື່ອນໄຂເພື່ອໃຫ້ປະຊາຊົນກາຊາໄດ້ຮັບການຊ່ວຍເຫຼືອດັ່ງກ່າວ.
TAG
VOV/VOVWORLD/EU/ເຂດກາຊາ/ການຟື້ນຟູ
Related
More




