EUເລີ່ມຕົ້ນໂຄງການຮ່ວມມືໃຫມ່ຢູ່ຫວຽດນາມລວມມູນຄ່າ400ລ້ານເອີໂຣ
04/12/2014 09:45
(vovworld)- ກ່າວຄຳເຫັນທີ່ການປະຊຸມຂ່າວໃນຕອນເຊົ້າວັນທີ 4/12 ຢູ່ຮ່າໂນ້ຍ, ທ່ານ Pierre Amilhat,

ບັນດາຜູ້ແທນທີ່ການປະຊຸມຂ່າວ ພາບ:tuoitre.vn (vovworld)- ກ່າວຄຳເຫັນທີ່ການປະຊຸມຂ່າວໃນຕອນເຊົ້າວັນທີ 4/12 ຢູ່ຮ່າໂນ້ຍ, ທ່ານ Pierre Amilhat, ຫົວຫນ້າກົມໃຫຍ່ພັດທະນາ ແລະ ຮ່ວມມື Europe Aid ຂອງແບນຊິກ ປະກາດວ່າ, ວັນທີ 4/12 ແມ່ນວັນທີ່ສະຫະພາບເອີລົບ(EU) ເລີ່ມຕົ້ນໂຄງການຮ່ວມມືໃຫມ່ລວມມູນຄ່າ 400 ລ້ານ ເອີໂຣໃຫ້ແກ່ຫວຽດນາມ ໄລຍະ 2014-2020. ໂຄງການນີ້ແມ່ນສຸມໃສ່ຫນູນຊ່ວຍກິດຈະການພັດທະນາເສດຖະກິດ, ສັງຄົມຂອງຫວຽດນາມ, ຜ່ານການພັດທະນາຂະແຫນງພະລັງງານ ແລະ ຍົກສູງກຳລັງຄວາມສາມາດຄຸ້ມຄອງ ແລະ ອຳນາດນິຕິບັນຍັດ.
TAG
vovworld/ຮ່ວມມື
Related






