ເຢຍລະມັນຍົກເລີກການແຂ່ງຂັນລົດຖີບໃນວັນທີ1/5ຍ້ອນອາດຈະເກີດກໍ່ການຮ້າຍ
01/05/2015 08:57
(vovworld) - ພາຍຫລັງຕຳຫລວດນະຄອນ Frankfurt/Main ຈັບຕົວສອງຄົນທີ່ຖືກສົງໃສວ່າແມ່ນຜູ້ຈະວາງລະເບີດກໍ່ການຮ້າຍ

ພາບປະກອບ:internet (vovworld) - ພາຍຫລັງຕຳຫລວດນະຄອນ Frankfurt/Main ຈັບຕົວສອງຄົນທີ່ຖືກສົງໃສວ່າແມ່ນຜູ້ຈະວາງລະເບີດກໍ່ການຮ້າຍ, ການແຂ່ງຂັນລົດຖີບຊື່ງຄາດວ່າດຳເນີນໄປໃນວັນກຳມະກອນສາກົນ 1/5 ຖືກຍົກເລີກ ຍ້ອນອາດຈະເກີດການບຸກໂຈມຕີເລັ່ງໃສ່ເຫດການນີ້. ເຈົ້າຫນ້າທີ່ເຢຍລະມັນ ໃຫ້ຮູ້ວ່າ: ການຈັບຕົວສອງຄົນດັ່ງກ່າວ ໄດ້ຊ່ວຍສະກັດກັ້ນການບຸກໂຈມຕີກໍ່ການຮ້າຍ, ໃນນັ້ນ ການແຂ່ງຂັນລົດຖີບ ແມ່ນຈຸດໝາຍຂອງພວກກໍ່ການຮ້າຍ. ໃນໄລຍະຜ່ານມາ, ເຈົ້າຫນ້າທີ່ເຢຍລະມັນ ຕ້ອງຍົກເລີກເຫດການຈຳນວນຫນຶ່ງ ຍ້ອນມີຄວາມວິຕົກກັງວົນຕໍ່ຄວາມສ່ຽງເກີດເຫດກໍ່ການຮ້າຍ.
TAG
vovworld/ແຂ່ງຂັນລົດຖີບ
Related





