ເຢຍລະມັນຊ່ວຍແຂວງ ຕຽນຢາງ ພັດທະນາສະຫະກອນແບບໃຫມ່
02/01/2014 10:37
(vovworld)-ໃນປີ 2014, ສະຫະພັນສະຫະກອນເຢຍລະມັນຈະຊ່ວຍແຂວງ ຕຽນຢາງ ພັດທະນາເຄືອຂ່າຍສະຫະກອນ

ພາບປະກອບ:baomoi.com (vovworld)- ຕາມທ່ານ ຫງວຽນວັນຮົ່ງ, ປະທານສະຫະພັນສະຫະກອນແຂວງ ຕຽນຢາງ ແລ້ວ, ໃນປີ 2014, ສະຫະພັນສະຫະກອນເຢຍລະມັນຈະຊ່ວຍແຂວງ ຕຽນຢາງ ພັດທະນາເຄືອຂ່າຍສະຫະກອນ. ຕາມນັ້ນແລ້ວ, ສະຫະພັນສະຫະກອນເຢຍລະມັນ ຈັດຕັ້ງບັນດາກອງປະຊຸມສຳມະນາຫົວເລື່ອງສະເພາະກ່ຽວກັບສະຫະກອນ, ຫນູນຊ່ວຍບັນດາການເຄື່ອນໄຫວໃຫ້ຄຳປຶກສາ, ກອງປະຊຸມສຳມະນາ, ຝືກອົບຮົມ ແລະ ຖະແຫລງຂ່າວ ຊ່ວຍຍົກສູງຄວາມຊຳນານງານໃນການເຮັດວຽກຂອງພະນັກງານສະຫະພັນສະຫະກອນ ແລະ ບັນດາຫົວຫນ່ວຍກ່ຽວກັບການຈັດຕັ້ງ, ຄຸ້ມຄອງ, ບໍລິຫານ, ກວດສອບບັນຊີ.
TAG
vovworld/vov/ສະຫະກອນ
Related





