ຝ່າຍຄ້ານຢູ່ໄທຈັດການ ແຫ່ຂະບວນປະທ້ວງ ຄັດຄ້ານກົດໝາຍວ່າດ້ວຍ ການອະໄພຍະໂທດ
03/11/2013 09:07
ຝ່າຍຄ້ານຢູ່ໄທຈັດການແຫ່ຂະບວນປະທ້ວງຄັດຄ້ານກົດໝາຍວ່າດ້ວຍການອະໄພຍະໂທດ

(ພາບ: baodatviet.vn)
(vovworld)- ວັນທີ 2/11, ຊາວໄທ ນັບພັນໆຄົນໄດ້ຈັດການແຫ່ຂະບວນປະທ້ວງຄັດຄ້ານລັດຖະບານ ໄດ້ເຕົ້າໂຮມຢູ່ນະຄອນຫຼວງບາງກອກ ພາຍຫຼັງສະພາຜູ້ແທນລາສະດອນໄທ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການອະໄພຍະໂທດ ທີ່ກໍ່ຄວາມໂຕ້ຖຽງກັນ ຊື່ງຕາມນັ້ນແລ້ວ ອະນຸຍາດໃຫ້ທ່ານນາຍົກລັດຖະມົນຕີຜູ້ທີ່ຖືກໂຄ່ນລົ້ມທັກສິນ ຊີນນາວັດ ພວມພັດຖິ່ນສາມາດກັບເມືອປະເທດ. ຕຳຫຼວດໄທ ໃຫ້ຮູ້ວ່າ: ຜູ້ແຫ່ຂະບວນປະທ້ວງປະມານ 3000 ຄົນໄດ້ເຂົ້າຮ່ວມການແຫ່ຂະບວນປະທ້ວງໂດຍພັກປະຊາທິປະໄຕຝ່າຍຄ້ານຈັດຕັ້ງຂຶ້ນໃນຕອນແລງວັນທີ 2/11 ແລະ ຄາດວ່າຈຳນວນດັ່ງກ່າວຈະສືບຕໍ່ເພີ່ມຂຶ້ນ.
ຮ່າງກົດໝາຍວ່າດ້ວຍການອະໄພຍະໂທດ ໄດ້ຮັບການຮັບຮອງເອົາຈາກ ສະພາຜູ້ແທນລາສະດອນໄທ ໃນວັນທີ 1/11 ຜ່ານມາ ແລະ ຄາດວ່າຈະຖືກຍົກອອກມາເພື່ອໃຫ້ວຸດທິສະພາໄທ ຮັບຮອງເອົາໃນວັນທີ 11/11 ຈະມາເຖິງ./.
TAG
vovworld/vov/ຝ່າຍຄ້ານຢູ່ໄທ
Related






