ຝົນຕົກນ້ຳຖ້ວມຜັນແປໄປຢ່າງສັບສົນຢູ່ຫລາຍປະເທດອາຊີ
04/08/2015 08:24
(vovworld)- ຝົນຕົກຫນັກໄດ້ກໍ່ໃຫ້ເກີດໄພນ້ຳແກ່ງຖ້ວມ ແລະ ດິນເສາະເຈືອນຢູ່ຫລາຍປະເທດ ອາຊີ ຄື: ອິນເດຍ, ມຽນມາ, ປາກິສະຖານ

ນ້ຳຖ້ວມຢູ່ປາກິສະຖານ ພາບ:internet (vovworld)- ຝົນຕົກຫນັກໄດ້ກໍ່ໃຫ້ເກີດໄພນ້ຳແກ່ງຖ້ວມ ແລະ ດິນເສາະເຈືອນຢູ່ຫລາຍປະເທດ ອາຊີ ຄື: ອິນເດຍ, ມຽນມາ, ປາກິສະຖານ, ເນປານ, ຫວຽດນາມ ແລະ ຈີນ ໄດ້ເຮັດໃຫ້ນັບຮ້ອຍໆຄົນຖືກເສຍຊີວິດ, ລ້ານໆຄົນຕ້ອງອອກຈາກເຮືອນຊານບ້ານຊ່ອງໄປເຖິງເຂດປອດໄພ. ວັນທີ 3/8, ວົງການເຈົ້າຫນ້າທີ່ ອິນເດຍ ໃຫ້ຮູ້ວ່າ: ຝົນຕົກຫນັກແລະລົມແຮງພັດເຂົ້າອ່າວ Bengal ໃນອາທິດກ່ອນມາຮອດປະຈຸບັນໄດ້ເຮັດໃຫ້ 120 ຄົນເສຍຊີວິດ ແລະ ກວ່າ 1 ລ້ານຄົນຕ້ອງອອກຈາກເຮືອນຊານ. ຢູ່ ມຽນມາ ຝົນຕົກຫນັກພາຍຫລັງພາຍຸ Komen ມາຮອດປະຈຸບັນ ໄດ້ເຮັດໃຫ້ 46 ຄົນຖືກເສຍຊີວິດ ແລະ ກວ່າ 200.000 ຄົນຕ້ອງຍົກຍ້າຍໄປເຖິງເຂດປອດໄພ. ໃນຂະນະນັ້ນ ຢູ່ ປາກິສະຖານ, ຝົນຕົກຫນັກແກ່ຍາວໃນ 2 ອາທິດຜ່ານມາຮ ໄດ້ເຮັດໃຫ້ 116 ຄົນຖືກເສຍຊີວິດ, ສົ່ງຜົນສະທ້ອນເຖິງຊີວິດການເປັນຢູ່ຂອງປະຊາຊົນກວ່າ 850.000 ຄົນ. ນອກນັ້ນ ໄພນ້ຳຖ້ວມ ແລະ ດິນເສາະເຈືອນ ຢູ່ ເນປານ ແລະ ຫວຽດນາມ ກໍໄດ້ເຮັດໃຫ້ສີບໆຄົນຖືກເສຍຊີວິດ. ສ່ວນຢູ່ ແຂວງສານຊີ ພາກເຫນືອຂອງຈີນ ຝົນຕົກກໍ່ໃຫ້ເກີດນ້ຳແກ່ງຖ້ວມໄດ້ເຮັດໃຫ້ນັກທ່ອງທ່ຽວ 15 ຄົນຖືກຊຸໄປ.
TAG
vovworld/ຖືກເສຍຊີວິດ
Related





