G7ວິຕົກກັງວົນກ່ຽວກັບບັນດາຄວາມເຄ່ັງຕຶງຢູ່ທະເລຕາເວັນອອກ
05/06/2014 09:43
(vovworld)- ວັນທີ 5/6, ການນຳກຸ່ມບັນດາປະເທດອຸດສາຫະກຳຊັ້ນນຳຂອງໂລກ(G7) ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບບັນດາຄວາມເຄັ່ງຕຶງ

ການນຳບັນດາປະເທດ ກຸ່ມ G7 photo:vtv.vn (vovworld)- ວັນທີ 5/6, ການນຳກຸ່ມບັນດາປະເທດອຸດສາຫະກຳຊັ້ນນຳຂອງໂລກ(G7) ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບບັນດາຄວາມເຄັ່ງຕຶງພວມເກີດຂຶ້ນຢູ່ທະເລຕາເວັນອອກ ແລະ ທະເລຮວາຕຸງ. ຖະແຫລງການຂອງກອງປະຊຸມສຸດຍອດ G7 ພາຍຫລັງປະຊຸມໃນມື້ທຳອິດຊື່ງດຳເນີນໄປຢູ່ນະຄອນຫລວງ Brussels ປະເທດ ແບນຊີກ ຊີ້ແຈ້ງວ່າ: G7 ຄັດຄ້ານ ບໍ່ວ່າຝ່າຍໃດ ຊອກຫາວິທີປະກາດອະທິປະໄຕຜ່ານການກະທຳນາບຂູ່, ບັງຄັບ ຫລື ນຳໃຊ້ກຳລັງອາວຸດ ຕາມລຳພັງຝ່າຍດຽວ. ຖະແຫລງການຍັງຮຽກຮ້ອງບັນດາຝ່າຍຈົ່ງປະຕິບັດຕາມກົດໝາຍສາກົນໃນການແກ້ໄຂຄວາມຂັດແຍ້ງ. ຖະແຫລງການດັ່ງກ່າວຖືກຍົກອອກມາໃນສະພາບການ ຈີນ ພວມເພີ່ມການກະທຳຕາມລຳພັງຝ່າຍດຽວບົນທະເລຕາເວັນອອກ ແລະ ທະເລ ຮວາຕຸງ, ໃນນັ້ນ ມີເລື່ອງຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍໃນເຂດເສດຖະກິດຈຳເພາະ ແລະ ເຂດໄຫລ່ທະວີບຂອງຫວຽດນາມ ຢູ່ ທະເລຕາເວັນອອກ.
TAG
vovworld/vov/ອະທິປະໄຕ
Related





