ຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດສົ່ງຈົດໝາຍແຈ້ງໃຫ້ສາກົນຊາບການກະທຳຜິດຂອງຈີນ
07/06/2014 10:41
(vovworld)- ໃນຈົດໝາຍສົ່ງເຖິງຫົວໜ້າກຳມາທິການການຕ່າງປະເທດລັດຖະສະພາປະເທດຕ່າງໆໃນໂລກເມື່ອວັນທີ 6/6....

ກຳປັ່ນຂອງຈີນໄດ້ສີດນ້ຳນາບຂູ່ກຳປັ່ນຂອງຫວຽດນາມ (ພາບ: AFP) (vovworld)- ໃນຈົດໝາຍສົ່ງເຖິງຫົວໜ້າກຳມາທິການການຕ່າງປະເທດລັດຖະສະພາປະເທດຕ່າງໆໃນໂລກເມື່ອວັນທີ 6/6, ຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ ໄດ້ແຈ້ງໃຫ້ຊາບເລື່ອງຈີນດ້ວຍກຳລັງຄຸ້ມກັນທີ່ເຂັ້ມແຂງຊຶ່ງປະກອບດ້ວຍກຳປັ່ນລັດຖະການ, ກຳປັ່ນຮົບ, ເຮືອບິນທະຫານ ໄດ້ຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ຢ່າງຜິດກົດໝາຍໃນເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມຢູ່ທະເລຕາເວັນອອກ ນັບແຕ່ວັນທີ 1/5 ມາຮອດປະຈຸບັນ. ຈົດໝາຍໄດ້ຢືນຢັນວ່າ : ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງປອດໄພ, ສິດເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກພວບຢືກນາບຂູ່ຢ່າງຮ້າຍແຮງ. ຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ ໄດ້ສະເໜີບັນດາຫົວໜ້າກຳມາທິການການຕ່າງປະເທດ ແລະ ສະມາຊິກລັດຖະສະພາປະເທດຕ່າງໆ ຄວນຮ່ວມເດີນທາງພ້ອມກັບສະພາແຫ່ງຊາດຫວຽດນາມ, ກັບປະຊາຊົນຫວຽດນາມ, ຈົ່ງມີບັນດາມາດຕະການໂດຍຈຳເປັນຢ່າງທັນການ, ກ່າວປົກປ້ອງຄວາມເປັນທຳຂອງຫວຽດນາມ, ປົກປ້ອງບັນດາຄຸນຄ່າສັນຕິພາບລວມຂອງມວນມະນຸດ, ເຄົາລົບປົກປ້ອງກົດໝາຍສາກົນກ່ຽວກັບຫຼັກການເຄົາລົບອະທິປະໄຕແຫ່ງຊາດ, ຮັກສາສັນຕິພາບ, ສະຖຽນລະພາບຄວາມໝັ້ນຄົງປອດໄພບົນທະເລ, ຮຽກຮ້ອງຈີນຈົ່ງຢຸດຕິບັນດາການກະທຳທີ່ຜິດພາດ, ຖອນຮ້ານເຈາະນ້ຳມັນໄຮຢາງ 981 ອອກຈາກເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມໃນທັນທີ່.
TAG
vov/vovworld/ກຳປັ່ນ/ທະເລ
Related





