ຕວກກີກ່າວເຕືອນບັນດາມາດຕະການລົງໂທດດ້ານການຄ້າຂອງລັດເຊຍຈະຜົນສະທ້ອນເຖິງຊາວກະສິກອນລັດເຊຍ
28/11/2015 09:00
(vovworld)- ວັນທີ 27/11, ລັດຖະມົນຕີວ່າການກະຊວງກະສິກຳ ຕວກກີ, Faruk Celik ຖືວ່າ: ບໍ່ວ່າຄຳສັ່ງລົງໂທດດ້ານຄ້າໃດຊື່ງລັດເຊຍ

ປະທານາທິບໍດີ ລັດເຊຍ V.Putin ແລະຄູ່ຕຳແຫນ່ງ ຕວກກີ ທ່ານ Recep Tayyip Erdogan ພາບ: vnexpress.net (vovworld)- ວັນທີ 27/11, ລັດຖະມົນຕີວ່າການກະຊວງກະສິກຳ ຕວກກີ, Faruk Celik ຖືວ່າ: ບໍ່ວ່າຄຳສັ່ງລົງໂທດດ້ານຄ້າໃດຊື່ງລັດເຊຍ ຈັດວາງຕໍ່ປະເທດນີ້ ພາຍຫລັງເຫດເຮືອບິນ Su 24 ຂອງລັດເຊຍ ຖືກຕວກກີ ຍິງຕົກ ຈະຜົນສະທ້ອນເຖິງຊາວກະສິກອນ ລັດເຊຍຫລາຍກວ່າ ຊາວກະສິກອນຕວກກີ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ ນະຄອນຫລວງ Ankara, ລັດຖະມົນຕີວ່າການກະຊວງກະສິກຳ ຕວກກີ, Faruk Celik ຢືນຢັນ: ລັດເຊຍ ແລະ ຕວກກີ ບໍ່ຄວນຮ້ອນຮົນ ພ້ອມກັນແກ້ໄຂບັນຫາປະຈຸບັນ ແລະ ຍັງມີຫລາຍມາດຕະການເພື່ອຮັກສາຜົນປະໂຫຍດລວມຂອງສອງປະເທດ. ກ່ອນຫນ້ານັ້ນ ລັດເຊຍ ນາບຂູ່ຈະຈັດວາງບັນດາມາດຕະການລົງໂທດດ້ານເສດຖະກິດ ຕວກກີ. ໃນວັນດຽວກັນ, ລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ປະກາດວ່າ ລັດເຊຍ ຕັດສິນ ຈະຢຸດຕິການອອກວິຊາໃຫ້ແກ່ພົນລະເມືອງໃຫ້ພົນລະເມືອງ ຕວກກີ. ຂໍ້ຕົກລົງນີ້ຈະມີຜົນສັກສິດຢ່າງເປັນທາງການນັບແຕ່ເດືອນ 1/2016 ເປັນຕົ້ນໄປ.
TAG
vovworld/ຊາວກະສິກອນ
Related





