VOV WorldVOV World
ຫວຽດ​ນາມ ແລະ EU ລົງ​ນາມ​ສັນ​ຍາ FPA
18/10/2019 07:50
(VOVWORLD) -ສັນຍາ FPA ສະບັນນີ້ແມ່ນສັນຍາແມ່ ເຊິ່ງແນໃສ່ການສ້າງສາຍພົວພັນຮ່ວມມື, ສະແດງຄຳໝັ້ນສັນຍາດ້ານການເມືອງ, ສ້າງພື້ນຖານໃຫ້ແກ່ການລົງນາມບັນດາຂໍ້ຕົກລົງຜັນຂະຫຍາຍການຮ່ວມມືລະອຽດຢູ່ບັນດາເນື້ອໃນທີ່ສອງຝ່າຍໄດ້ເຫັນດີເປັນເອກະພາບ.
ຫວຽດ​ນາມ ແລະ EU ລົງ​ນາມ​ສັນ​ຍາ FPA
ທ່ານພົນເອກໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານນາງ Federica Mogherini ຮອງປະທານຄະນະກຳມະການເອີລົບລົງນາມໃນສັນຍາ FPA (ພາບ: TTXVN) ວັນທີ 17 ຕຸລາ, ທີ່ Brussels (ແບນຊິກ), ເນື່ອງໃນໂອກາດທີ່ພາຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມໄປຢ້ຽມຢາມສະຫະພາບເອີລົບ (EU) ໂດຍການຮັບມອບໝາຍຈາກທາ່ນນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກ,ທ່ານພົນເອກໂງຊວັນລິກ, ກຳມະການກົມການເມືອງສູນກາງພັກ, ຮອງເລຂາຄະນະພັກທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມໄດ້ລົງນາມສັນຍາລະຫວ່າງລັດຖະບານແຫ່ງ ສສ,ຫວຽດນາມ ແລະ ສະຫະພາບເອີລົບ(EU) ກ່ຽວກັບການສ້າງຂອບເຂດເຂົ້າຮ່ວມຂອງຫວຽດນາມເຂົ້າໃນການເຄື່ອນໄຫວຄຸ້ມຄອງວິກິດການຂອງສະຫະພາບເອີລົບ (FPA). ສັນຍາ FPA ສະບັນນີ້ແມ່ນສັນຍາແມ່ ເຊິ່ງແນໃສ່ການສ້າງສາຍພົວພັນຮ່ວມມື, ສະແດງຄຳໝັ້ນສັນຍາດ້ານການເມືອງ, ສ້າງພື້ນຖານໃຫ້ແກ່ການລົງນາມບັນດາຂໍ້ຕົກລົງຜັນຂະຫຍາຍການຮ່ວມມືລະອຽດຢູ່ບັນດາເນື້ອໃນທີ່ສອງຝ່າຍໄດ້ເຫັນດີເປັນເອກະພາບ. ສັນຍາດັ່ງກ່າວໄດ້ເປີດທາງເພື່ອໃຫ້ຫວຽດນາມ ສາມາດເຂົ້າຮ່ວມບັນດາການເຄື່ອນໄຫວຄຸ້ມຄອງວິກິດການທີ່ມີລັກສະນະມະນຸດສະທຳ, ບົນພື້ນຖານບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດແລະກົດໝາຍສາກົນ; ໃນນັ້ນ, ຫຼັກການທີ່ສຳຄັນທີ່ສຸດແມ່ນມີສິດໃນການເລືອກເຟ້ັນຂົງເຂດ, ລະດັບການເຂົ້າຮ່ວມທີ່ເໝາະສົມກັບນະໂຍບາຍການຕ່າງປະເທດ, ຄວາມຕ້ອງການແລະຄວາມສາມາດຂອງຕົນ. ສຳລັບ EU ແລ້ວ, ການລົງນາມສັນຍາ FPA
TAG
VOV/VOVworld/ຫວຽດ​ນາມ/EU/ສັນ​ຍາ FPA

More