VOV WorldVOV World
ຫວຽດ​ນາມ ເຂົ້າ​ຮ່ວມ​ວັນ​ບຸນ​ວັດ​ທະ​ນະ​ທຳ ອາ​ຊີ ຢູ່ ມາ​ຣົກ
23/11/2019 09:28
(VOVWORLD) - ໃນລະຫວ່າງວັນທີ 22 – 24 ພະຈິກ, ຢູ່ນະຄອນຫຼວງ Rabat ປະເທດ ມາຣົກ, ໄດ້ຈັດຕັ້ງການເຄື່ອນໄຫວຊຸມວັນວັດທະນະທຳ ອາຊີ, ໂດຍກອງທຶນພັດທະນາວັດທະນະທຳ ມາຣົກ ຈັດຂຶ້ນ ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າຂອງຫຼາຍປະເທດ ອາຊີປະຈຳ ມາຣົກ, ໃນນັ້ນມີ ຫວຽດນາມ.
ຫວຽດ​ນາມ ເຂົ້າ​ຮ່ວມ​ວັນ​ບຸນ​ວັດ​ທະ​ນະ​ທຳ ອາ​ຊີ ຢູ່ ມາ​ຣົກ
 ເຂດວັດທະນະທຳຂອງ ຫວຽດນາມ ໄດ້ດຶງດູດ ແຂກມາຢ້ຽມຊົມເປັນຈຳນວນຫຼວງຫຼາຍ. ມີຊາວໜຸມມາຣົກຫຼາຍຄົນໄດ້ສະແດງຄວາມນິຍົມຊົມຊອບຊຸດເສື້ອຍາວ ຂອງ ຫວຽດນາມ ແລະ ນິຍົມທິວທັດທຳມະຊາດ, ຄວາມສວຍງາມ ແລະ ການພັດທະນາ ຂອງ ຫວຽດນາມ.         ຜ່ານເຫດການນີ້, ມີປະຊາຊົນມາຣົກ ແລະ ເພື່ອນມິດສາກົນໄດ້ຮູ້ຈັກ ແລະ ມີຄວາມເຂົ້າໃຈຢ່າງລະອຽດກ່ວາກ່ຽວກັບ ຫວຽດນາມ, ພ້ອມທັງແມ່ນໂອກາດເພື່ອສົ່ງເສີມແຂກທ່ອງທ່ຽວມາ ທ່ຽວຢູ່ ຫວຽດນາມ ໃຫ້ນັບມື້ນັບຫຼາຍກ່ວານີ້ອີກ.
TAG
VOV/VOVworld/​ວັນ​ບຸນ​ວັດ​ທະ​ນະ​ທຳ ອາ​ຊີ/ມາ​ຣົກ

More