ຫວຽດນາມ ຕັ້ງຫນ້າເຂົ້າຮ່ວມ ອະນຸສັນຍາ Montreal
16/09/2012 09:44
ວັນທີ 15/9 ຢູ່ ນະຄອນ ໂຮ່ຈິມິນ, ກົມອຸຕຸນິຍົມອຸທົກກະສາດ ແລະ ການປ່ຽນແປງຂອງດິນຟ້າອາກາດ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຈັດຕັ້ງພິທີລະນຶກ 25 ປີແຫ່ງວັນເຊັນອະນຸສັນຍາ Montreal ກ່ຽວກັບສານປະເພດຕ່າງໆເຮັດໃຫ້ຊັ້ນ ozon ຊຸດໂຊມ (1987 - 2012)

ພິທີລະນຶກ 25 ປີແຫ່ງວັນເຊັນ ອະນຸສັນຍາ Montreal ພາບ: internet (vovworld) - ວັນທີ 15/9 ຢູ່ ນະຄອນ ໂຮ່ຈິມິນ, ກົມອຸຕຸນິຍົມອຸທົກກະສາດ ແລະ ການປ່ຽນແປງຂອງດິນຟ້າອາກາດ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຈັດຕັ້ງພິທີລະນຶກ 25 ປີແຫ່ງວັນເຊັນອະນຸສັນຍາ Montreal ກ່ຽວກັບສານປະເພດຕ່າງໆເຮັດໃຫ້ຊັ້ນ ozon ຊຸດໂຊມ (1987 - 2012) ແລະ ວັນສາກົນປົກປັກຮັກສາຊັ້ນ ozon ຄືວັນທີ 16/9/2012 ພາຍໃຕ້ຫົວຂໍ້ວ່າ “ປົກປັກຮັກສາຊັ້ນບັນຍາກາດໃຫ້ແກ່ຄົນລຸ້ນຫລັງ”. ນະພິທີ, ທ່ານ Nguyen Khac Hieu ຮອງຫົວຫນ້າ ກົມອຸຕຸນິຍົມອຸທົກກະສາດ ແລະ ການປ່ຽນແປງຂອງດິນຟ້າອາກາດ ໃຫ້ຮູ້ວ່າ: ຫວຽດນາມ ເຂົ້າຮ່ວມອະນຸສັນຍາ Montreal ແຕ່ເດືອນ 1/1994 ດ້ວຍຄວາມມານະພະຍາຍາມ ແລະ ການຮ່ວມມືຈາກບັນດາກະຊວງ, ຂະແຫນງການກ່ຽວຂ້ອງ, ບັນດາວິສາຫະກິດນຳໃຊ້ສານປະເພດຕ່າງໆເຮັດໃຫ້ຊັ້ນ ozon ຊຸດໂຊມ. ຫວຽດນາມ ໄດ້ຮັບການຕີລາຄາຈາກໂຄງການສິ່ງແວດລ້ອມຂອງ ສປຊ ວ່າ ໄດ້ມີການປະກອບສ່ວນຢ່າງຕັ້ງຫນ້າໃນການປະຕິບັດອະນຸສັນຍາ Montreal. ທ່ານ Nguyen Khac Hieu ໃຫ້ຮູ້ວ່າ:
TAG
ozon
Related





