ຫວຽດນາມ-ກຳປູເຈຍ ເພີ່ມທະວີການພົວພັນຮ່ວມມືດ້ານສິລະປະ, ວັດທະນະທຳ
28/03/2013 08:43
ຕອນຄຳ່ວັນທີ 27/3 ຢູ່ຮ່າໂນ້ຍ, ທ່ານ ລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຮ່ວາງຕວນແອງ ໄດ້ເຈລະຈາກັບທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ສິລະປະ ກຳປູເຈຍ Him Chhem

ພາບປະກອບ:internet (vovworld) - ຕອນຄຳ່ວັນທີ 27/3 ຢູ່ຮ່າໂນ້ຍ, ທ່ານ ລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຮ່ວາງຕວນແອງ ໄດ້ເຈລະຈາກັບທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ສິລະປະ ກຳປູເຈຍ Him Chhem ເພື່ອຕີລາຄາໝາກຜົນການຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດສິລະປະວັດທະນະທຳໃນໄລຍະຜ່ານມາ, ເປັນເອກະພາບບາງເນື້ອໃນຮ່ວມມືໃນປີ 2013 ແລະ ໄລຍະຈະມາເຖິງ. ລັດຖະມົນຕີທັງສອງທ່ານໄດ້ເຫັນດີສືບຕໍ່ສົມທົບກັນຈັດຕັ້ງ “ສັບປະດາວັດທະນະທຳ ກຳປູເຈຍ ຢູ່ ຫວຽດນາມ ປີ 2013”, ຈັດຕັ້ງຄ້າຍປະດິດສ້າງວິຈິດສິນ, ສະແດງໃຫ້ເຫັນນ້ຳໃຈມິດຕະພາບ ຫວຽດນາມ - ກຳປູເຈຍ, ສືບຕໍ່ສົມທົບກັນຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນດ້ານສິລະປະວັດທະນະທຳລະຫວ່າງປະຊາຊົນບັນດາແຂວງລຽບຕາມຊາຍແດນສອງປະເທດ.
TAG
ວັດທະນະທຳ
Related






