ຫວຽດນາມໃກ້ຈະສຳເລັດFTAກັບພັນທະມິດພາສີລັດເຊຍ-ເບລາຣຸດ-ກາຢັກສະຖານ
03/04/2014 08:37
(vovworld) - ວັນທີ 4/4, ຢູ່ ກາຢັກສະຖານ ໄດ້ດຳເນີນວາລະອັດການເຈລະຈາສັນຍາການຄ້າເສລີ FTA ຮອບທີ 5

ພາບປະກອບ (vovworld) - ວັນທີ 4/4, ຢູ່ ກາຢັກສະຖານ ໄດ້ດຳເນີນວາລະອັດການເຈລະຈາສັນຍາການຄ້າເສລີ FTA ຮອບທີ 5 ລະຫວ່າງຫວຽດນາມ ກັບພັນທະມິດພາສີ ລັດເຊຍ- ເບລາຣຸດ- ກາຢັກສະຖານ. ຮອບເຈລະຈາທີ 5 ນີ້ ແມ່ນສຳເລັດບັນດາບັນຫາກ່ຽວກັບເອກະສານ ແລະ ບັນຫາເຕັກນິກຕົ້ນຕໍຂອງສັນຍາ. ໃນຊຸມມື້ຜ່ານມາ, 10 ກຸ່ມເຈລະຈາ ໄດ້ສືບຕໍ່ພິຈາລະນາບັນດາບັນຫາກ່ຽວກັບພາສີ, ຄ້າຂາຍສິນຄ້າ, ອາລັກຂາການຄ້າ, ການບໍລິການ ແລະ ການລົງທຶນ, ການຊື້ຊັບສິນຂອງລັດຖະບານ, ເຕັກໂນໂລຊີເອເລັກໂຕນິກໃນການຄ້າ, ຂໍ້ກຳນົດກ່ຽວກັບຕົ້ນກຳເນີດສິນຄ້າ ແລະ ອື່ນໆ. ຕີລາຄາບັນດາຄວາມສະດວກ ເມື່ອຫວຽດນາມ ແລະ ບັນດາຝ່າຍລົງນາມໃນສັນຍາການຄ້າເສລີ (FTA), ທ່ານ ດັ້ງຮ່ວາງຫາຍ, ຫົວຫນ້າຄະນະເຈລະຈາຂັ້ນເຕັກນິກ ຝ່າຍຫວຽດນາມ ໃຫ້ຮູ້ວ່າ:
TAG
vovworld/vov/ສັນຍາການຄ້າ
Related





