ຫວຽດນາມແລະລາວເພີ່ມທະວີການບຳລຸງສ້າງພະນັກງານການນຳແລະຄຸ້ມຄອງ
09/12/2014 09:42
(vovworld)- ວັນທີ 9/12 ຢູ່ ນະຄອນຫລວງ ວຽງຈັນ, ສາດສະດາຈານ ດຣ ຕ້າງອກເຕີນ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈິມີນ

(vovworld)- ວັນທີ 9/12 ຢູ່ ນະຄອນຫລວງ ວຽງຈັນ, ສາດສະດາຈານ ດຣ ຕ້າງອກເຕີນ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈິມີນ ແລະ ຮອງສາດສະດາຈານ ດຣ ທອງສະລິດ ມັງນໍ່ເມກ, ຜູ້ອຳນວຍການສະຖາບັນການເມືອງ ການປົກຄອງແຫ່ງຊາດລາວ ເປັນປະທານກອງປະຊຸມສຳມະນາ ກ່ຽວກັບ “ທັດສະນະຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ກ່ຽວກັບການບຳລຸງສ້າງພະນັກງານການນຳ ແລະ ຄຸ້ມຄອງໄລຍະປະຈຸບັນ.” ກອງປະຊຸມສຳມະນາ ໄດ້ຢືນຢັນຄວາມໝາຍສຳຄັນຂອງການບຳລຸງສ້າງພະນັກງານ ແລະ ເນັ້ນຫນັກວ່າ ວຽກງານນີ້ຕ້ອງປະຕິບັດເປັນປະຈຳ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນພາຍພາກຫນ້າ ແລະ ຍາວນານໃຫ້ແກ່ພາລະກິດປະຕິວັດຂອງແຕ່ລະປະເທດ ກໍຄື ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ ແລະ ລາວ.
TAG
vovworld/ສຳມະນາ
Related






