ຫວຽດນາມແລະລາວເພີ່ມທະວີການຮ່ວມມືດ້ານຄົມມະນາຄົມຂົນສົ່ງ
19/12/2013 10:30
(vovworld)- ຕອນບ່າຍວັນທີ 18/12, ຢູ່ຕາແສງ ປາກເຊ ຈຳປາສັກ ພາກໃຕ້ຂອງລາວ, ທ່ານ ດີງລາທັງ, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ໄດ້ເຈລະຈາກັບທ່ານ ສົມມາດ ພົນເສນາ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງລາວ

ທ່ານ ດີງລາທັງ, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຫວຽດນາມ photo:internet (vovworld)- ຕອນບ່າຍວັນທີ 18/12, ຢູ່ຕາແສງ ປາກເຊ ຈຳປາສັກ ພາກໃຕ້ຂອງລາວ, ທ່ານ ດີງລາທັງ, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ໄດ້ເຈລະຈາກັບທ່ານ ສົມມາດ ພົນເສນາ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງລາວ. ສອງຝ່າຍເຫັນດີຄວນສົມທົບກັນຢ່າງຕັ້ງຫນ້າເພື່ອສຳເລັດການຄົ້ນຄ້ວາສ້າງແຜນຮ່າງເຊື່ອມຕໍ່ຄົມມະນາຄົມຂົນສົ່ງສອງປະເທດ, ໃນນັ້ນກຳນົດເສັ້ນທາງເຊື່ອມຕໍ່ລະຫວ່າງສອງປະເທດດ້ວຍເສັ້ນທາງຄວາມໄວສູງທີ່ເໝາະສົມທີ່ສຸດ. ນອກນັ້ນ ສອງກະຊວງຈະສົມທົບກັນຊຸກຍູ້ການຮ່ວມມືໃນບັນດາຂົງເຂດການບິນ, ການເດີນທະເລ, ທາງນຳ້ພາຍໃນ ແລະ ກວດກາຄຸນນະພາບຍານພາຫະນະ.
TAG
vovworld/vov/ຄົມມະນາຄົມຂົນສົ່ງ
Related





