ຫວຽດນາມເຂົ້າຮ່ວມເວທີປາໄສປ້ອງກັນຊາດອາເມລິກາ-ອາຊຽນຢູ່Hawaii
02/04/2014 10:48
(vovworld)- ທ່ານ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສປ້ອງກັນຊາດລະຫວ່າງ ອາເມລິກາ ແລະ ບັນດາປະເທດສະມາຊິກ ອາຊຽນ

ທ່ານ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ photo:internet (vovworld)- ທ່ານ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສປ້ອງກັນຊາດລະຫວ່າງ ອາເມລິກາ ແລະ ບັນດາປະເທດສະມາຊິກ ອາຊຽນ ຊື່ງດຳເນີນໄປຢູ່ Honolulu, Hawaii ແຕ່ວັນທີ 1-3/4. ຕາມແຈ້ງການຂອງກະຊວງປ້ອງກັນປະເທດ ອາເມລິກາ ແລ້ວ, ເວທີປາໄສປ້ອງກັນຊາດ ອາເມລິກາ - ອາຊຽນ ແມ່ນໂອກາດເພືອ່ໃຫ້ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ຂອງ 10 ປະເທດ ອາຊຽນ ພ້ອມກັນແລກປ່ຽນ ແລະ ແບ່ງປັນທັດສະນະກ່ຽວກັບອະນາຄົດທີ່ປອດໄພ, ຂະຫຍັນຂັນເຄື່ອນ ແລະ ສັນຕິພາບໃຫ້ແກ່ພາກພື້ນ ອາຊີ - ປາຊີຟີກເວົ້າລວມ ແລະ ອາຊີຕາເວັນອອກສຽງໃຕ້ເວົ້າສະເພາະ.
TAG
vovworld/vov/ປ້ອງກັນປະເທດ
Related





