ຫວຽດນາມເຂົ້າຮ່ວມກອງປະຊຸມຄະນະກຳມະການຄວບຄຸມຢາເສບຕິດສປຊ
17/03/2014 11:52
(vovworld)- ກອງປະຊຸມດັ່ງກ່າວໄດ້ດຳເນີນໄປແຕ່ວັນທີ 13- 21/3 ໂດຍມີການເຂົ້າຮ່ວມຂອງຜູ້ແທນ 1.000 ຄົນ

ພົນໂທ ເລກີເວືອງ photo:internet (vovworld)- ກອງປະຊຸມດັ່ງກ່າວໄດ້ດຳເນີນໄປແຕ່ວັນທີ 13- 21/3 ໂດຍມີການເຂົ້າຮ່ວມຂອງຜູ້ແທນ 1.000 ຄົນ ມາຈາກບັນດາປະເທດສະມາຊິກ ສປຊ, ອົງການສາກົນ, ບັນດາເຂດແຄ້ວນ ແລະ ອົງການບໍ່ຂຶ້ນກັບລັດຖະບານ. ກ່າວຄຳເຫັນທີ່ກອງປະຊຸມ, ພົນໂທ ເລກີເວືອງ, ຮອງລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໄດ້ຢືນຢັນວ່າ: ຍາມໃດຫວຽດນາມກໍເປັນສະມາຊິກມີຄວາມຮັບຜິດຊອບຂອງສປຊ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ຕັ້ງຫນ້າເຂົ້າຮ່ວມ ແລະ ຜັນຂະຫຍາຍບັນດາໂຄງການປ້ອງກັນ ແລະ ຕ້ານອາດຊະຍາກຳເວົ້າລວມ ແລະ ປ້ອງກັນ, ຄວບຄຸມຢາເສບຕິດເວົ້າສະເພາະ ຢູ່ທັງໝົດເວທີປາໄສຫລາຍຝ່າຍ ແລະ ສອງຝ່າຍ.
TAG
vovworld/vov/ຢາເສບຕິດ
Related





