ຫວຽດນາມກ່າວປະນາມບັນດາການເຄື່ອນໄຫວກໍ່ການຮ້າຍໃນເຫດບຸກໂຈມຕີກໍ່ການຮ້າຍຢູ່ປາກິດສະຖານ
17/12/2014 10:54
(vovworld)-ຕໍ່ຫນ້າກໍລະນີທີ່ກຳລັງກໍ່ການຮ້າຍບຸກໂຈມຕີໂຮງຮຽນມັດທະຍົມແຫ່ງຫນຶ່ງຢູ່ນະຄອນ

ທ່ານເລຫາຍບີງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ພາບ:talkvietnam.com (vovworld)-ຕໍ່ຫນ້າກໍລະນີທີ່ກຳລັງກໍ່ການຮ້າຍບຸກໂຈມຕີໂຮງຮຽນມັດທະຍົມແຫ່ງຫນຶ່ງຢູ່ນະຄອນ Peshawa ທາງທິດເຫນືອ ປາກິດສະຖານ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບນັບຮ້ອຍຄົນ, ວັນທີ 17/12, ທ່ານເລຫາຍບີງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ: ຫວຽດນາມ ກ່າວປະນາມບັນດາການເຄື່ອນໄຫວກໍ່ການຮ້າຍດ້ວຍທຸກຮູບການ ແລະ ຖືວ່າ ເຫດບຸກໂຈມຕີຢູ່ ປາກິດສະຖານ ໃນວັນທີ 16/12 ເລັ່ງໃສ່ສາມັນຊົນ ແລະ ເດັກນ້ອຍ ແມ່ນການກະທຳໂຫດຮ້າຍສາມານບໍ່ອາດຮັບຮູ້ໄດ້. ຫວຽດນາມ ຂໍສົ່ງຄວາມເສົ້າສະຫລົດໃຈ ແລະ ຄວາມເຫັນໃຈຢ່າງເລິກເຊິ່ງມາຍັງລັດຖະບານ, ປະຊາຊົນ ປາກິດສະຖານ ແລະ ຄອບຄົວຜູ້ຖືກເຄາະຮ້າຍ ແລະ ເຊື່ອໝັ້ນວ່າ: ຜູ້ກໍ່ໃຫ້ເກີດເຫດບຸກໂຈມຕີດັ່ງກ່າວຈະຖືກປັບໄຫມລົງໂທດໂດຍໄວ. ວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫລົດໃຈມາຍັງທ່ານນາຍົກລັດຖະມົນຕີ ປາກິດສະຖານ Nawaz Shafif, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ກໍໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫລົດໃຈມາຍັງອະດີດນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ປາກິດສະຖານ ເຊັ່ນດຽວກັນ.
TAG
vovworld/ບຸກໂຈມຕີ
Related





