VOV WorldVOV World
ຫວຽດນາມຄັດຄ້ານເລື່ອງຈີນນຳຮ້ານເຈາະນຳ້ມັນເຂົ້າເຄື່ອນໄຫວຢູ່ເຂດທະເລຮ່ວາງຊາຂອງຫວຽດນາມ
10/05/2014 09:02
(vovworld)- ​ ວັນ​ທີ 9/5, ທ່ານ ຫວໍ​ກົງ​ແຈງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ຮ່ວາງ​ຊາ, ນະຄອນ ດາ​ຫນັງ ມີ​ເອກະສານ​ຄັດຄ​້ານ​ ຈີນ ນຳ​ຮ້ານ​ເຈາະ​ນຳ້ມັນໄຮຢາງ 981 ​​
ຫວຽດນາມຄັດຄ້ານເລື່ອງຈີນນຳຮ້ານເຈາະນຳ້ມັນເຂົ້າເຄື່ອນໄຫວຢູ່ເຂດທະເລຮ່ວາງຊາຂອງຫວຽດນາມ
ຮ້ານເຈາະນ້ຳມັນ ໄຮຢາງ 981 ຂອງຈີນ ພາບ:thegioi24h.net (vovworld)- ​ ວັນ​ທີ 9/5, ທ່ານ ຫວໍ​ກົງ​ແຈງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ຮ່ວາງ​ຊາ, ນະຄອນ ດາ​ຫນັງ ມີ​ເອກະສານ​ຄັດຄ​້ານ​ ຈີນ ນຳ​ຮ້ານ​ເຈາະ​ນຳ້ມັນໄຮຢາງ 981 ​​ແລະ ບັນດາ​ກຳ​ປັ່ນ​ປ້ອງ​ກັນເຂົ້າ​ເຄື່ອນ​ໄຫວ​ຢູ່ ​ເຂດ​ທະ​ເລ ຮ່ວາງ​ຊາ ນະຄອນ ດາ​ຫນັງ. ​ໂດຍ​ແມ່ນ​ອົງການ​ປົກຄອງ​ທ້ອງ​ຖິ່ນ ​​ໄດ​້ຮັບ​ການ​ມອບ​ໝາຍ​ຈາກ​ລັດ​ເພື່ອ​ຄຸ້ມ​ຄອງ​ເມືອງ​ເກາະ ຮ່ວາງ​ຊາ, ພວກ​ຂ້າພະ​ເຈົ້າ​ຄັດຄ້ານ​ຢ່າງ​ແຮງ​ຕໍ່​ຝ່າຍ​ຈີນ ທີ່​ໄດ້​ລະ​ເມີດ​ກົດໝາຍ​ສາກົນ, ລະ​ເມີດ​ບັນດາ​ຫລັກການ ​ແລະ ຂໍ້​ຕົກລົງ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ, ​ເຮັດ​ໃຫ້ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ຈີນ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ຝ່າຍ​ຊົ່ວ​ຮ້າຍ​ລົງ. ພວກ​ຂ້າພະ​ເຈົ້າ​ເດັດດ່ຽວ​ຮຽກຮ້ອງ​​ ຝ່າຍ ຈີນ ຈົ່ງ​ເຄົາລົບ ​ແລະ ປະຕິບ​ັດຢ່າງ​ເຂັ້ມ​ງວດ ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982, ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2002(DOC), ບັນດາ​ຂໍ້​ຕົກລົງ​ກ່ຽວຂ້ອງ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​, ຖອນ​ຮ້ານ​ເຈາະ​ນ້ຳມັນ ​ແລະ ບັນດາ​ກຳ​ປັ່ນ​ອອກ​ຈາກ​ເຂດ​ທະ​ເລ​ຂອງ​ຫວຽດນາມ, ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ, ການ​ພິພາດ​ໂດຍ​ສັນຕິ​ວິທີ. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ດຣ ວິທະຍາສາດ ​ເລືອ​ງວັນ​ເກ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ຖື​ວ່າ:
TAG
vovworld/vov/ຮ້ານເຈາະນ້ຳມັນ

More