ຫວຽດນາມນຳໃຊ້ພະລັງງານປະລະມານູເພື່ອຈຸດໝາຍສັນຕິພາບ.
20/01/2014 11:56
(vovworld)- ວັນທີ 20 ມັງກອນ, ຢູ່ຮ່າໂນ້ຍ, ໄດ້ໄຂກອງປະຊຸມປະຈຳປີ ໄຟຟ້ານິວເຄຼຍອາຊີປີ 2014...

ເຕົານິວເຄຼຍ ດາລາດ ຢູ່ຫວຽດນາມ (ພາບ : TTXVN) (vovworld)- ວັນທີ 20 ມັງກອນ, ຢູ່ຮ່າໂນ້ຍ, ໄດ້ໄຂກອງປະຊຸມປະຈຳປີ ໄຟຟ້ານິວເຄຼຍອາຊີປີ 2014. ນີ້ແມ່ນກອງປະຊຸມຄັ້ງທີ 5 ຖືກຈັກຂຶ້ນ ແລະ ເປັນຄັ້ງທີ 2 ຖືກຈັດຂຶ້ນຢູ່ຫວຽດນາມ. ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ ເລດິງຕ໋ຽນ ໃຫ້ຮູ້ວ່າ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມແມ່ນບໍ່ແຜ່ຂະຫຍາຍນິວເຄຼຍ. ຫວຽດນາມຖືນີ້ບໍ່ພຽງແຕ່ແມ່ນໜ້າທີ່ຮັບຜິດຊອບຂອງປະເທດຊາດເທົ່ານັ້ນ, ຫາກຍັງແມ່ນພັນທະສາກົນອີກດ້ວຍ. ເພື່ອປະຕິບັດຄຳໝັ້ນສັນຍານີ້, ຫວຽດນາມໄດ້ເຂົ້າຮ່ວມບັນດາຂໍ້ຜູກພັນໃນສັນຍາ, ສົນທິສັນຍາສາກົນເກືອບທັງໝົດກ່ຽວກັບຄວາມສະຫງົບ ປອດໄພ ແລະ ບໍ່ແຜ່ຂະຫຍາຍນິວເຄຼຍ. ກອງປະຊຸມໄດ້ປຶກສາຫາລືບັນດາຫົວເລື່ອງທີ່ສຳຄັນກ່ຽວກັບຂົງເຂດ ໄຟຟ້າ ນິວເຄຼຍຄື : ພັດທະນາ ໄຟຟ້ານິວເຄຼຍຢູ່ຫວຽດນາມ; ແງ່ຫວັງການພັດທະນາ ໄຟຟ້ານິວເຄຼຍຢູ່ອາຊີຕາເວັນອອກສ່ຽງໃຕ້, ບັນດາບາດກ້າວພັດທະນາຂອງບັນດາປະເທດທີ່ຫາກໍພົ້ນເດັ່ນຂຶ້ນໃນສະພາວະ ໄຟຟ້ານິວເຄຼຍທົ່ວໂລກ... ກອງປະຊຸມຈະດຳເນີນຮອດວັນທີ 22/1 ຈຶ່ງອັດລົງ.
TAG
vov/vovworld/ໄຟຟ້ານິວເຄຼຍ
Related





