VOV WorldVOV World
ຫວຽດນາມປາດຖະຫນາຢາກບັນດາຄູ່ຮ່ວມມືສືບຕໍ່ຫນູນຊ່ວຍເພື່ອພັດທະນາແບບຍືນຍົງ
05/12/2013 10:53
(vovworld)- ສ້າງການພົວພັນຄູ່ຮ່ວມມືໃຫມ່: ມຸ່ງໄປເຖິງການແກ້ງແຍ້ງ, ການເຕີບ​ໂຕ​ຮອບດ້ານ ​ແລະ ຍືນ​ຍົງ” ​ແມ່ນ​ຫົວ​ຂໍ້​ຂອງ​ເວທີ​ປາ​ໄສ​ຄູ່​ຮ່ວມ​ມື​ພັດທະນາ​ຫວຽດນາມ(VDPF) 2013
ຫວຽດນາມປາດຖະຫນາຢາກບັນດາຄູ່ຮ່ວມມືສືບຕໍ່ຫນູນຊ່ວຍເພື່ອພັດທະນາແບບຍືນຍົງ
ເວທີ​ປາ​ໄສ​ຄູ່​ຮ່ວມ​ມື​ພັດທະນາ​ຫວຽດນາມ photo:dantri.com (vovworld)- ສ້າງການພົວພັນຄູ່ຮ່ວມມືໃຫມ່: ມຸ່ງໄປເຖິງການແກ້ງແຍ້ງ, ການເຕີບ​ໂຕ​ຮອບດ້ານ ​ແລະ ຍືນ​ຍົງ” ​ແມ່ນ​ຫົວ​ຂໍ້​ຂອງ​ເວທີ​ປາ​ໄສ​ຄູ່​ຮ່ວມ​ມື​ພັດທະນາ​ຫວຽດນາມ(VDPF) 2013 ຊື່​ງດຳ​ເນີນ​ໄປ​ໃນ​ວັນ​ທີ 5/12 ຢູ່ ຮ່າ​ໂນ້ຍ. ​ຜູ້​ແທນເກືອບ 300 ທ່ານ​​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື 4 ຫົວ​ເລື່ອງ​ຕົ້ນຕໍ​ຄື: ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ຫລຸດຜ່ອນ​ຄວາມທຸກ​ຍາກ​ໃຫ້​ແກ່​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ; ຊຸກຍູ້​ການ​ເຂົ້າ​ຮ່ວມ​ຂອງ​ພາກ​ເອກະ​ຊົນ​ເຂົ້າ​ໃນ​ກາ​ນສະຫນອງ​ບັນດາ​ບໍລິການ​ນຳ້​ສະອາດ ​ແລະ ອະນ​າ​ໄມ; ​ເພີ່ມ​ທະວີ​ປະສິດທິ​ຜົນ​ຂອງ​ລະບົບ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ ​ແລະ ຍົກ​ສູງ​ລັກສະນະ​ແກ້ງ​ແຍ້​ງ. ທີ່​ພິທີ​ໄຂ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ​ໄດ້​ແນະນຳ​ໂດຍ​ສັງ​ເຂ​ບກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ ​ໃນ 3 ປີຜ່ານມາ ​ແລະ ຈຸດໝາຍ, ການ​ກຳນົດ​ທິດ​ກ່ຽວ​ກັບ​ການ​ພັດທະນາ​ໃນ 2 ປີ​ຈະ​ມາ​ເຖິງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງວ່າ:
TAG
vovworld/vov/ເວທີປາໄສ

More