VOV WorldVOV World
ຫວຽດນາມປະຕິບັດບັນດາມາດຕະການໂດຍສັນຕິ,ສອດຄອ່ງກັບກົດໝາຍສາກົນເພື່ອປົກປັກຮັກສາອະທິປະໄຕຂອງປະເທດຊາດ
02/07/2014 11:58
vovworld)- ​​ໃນ​ວັນ​ທີ 30/6 ​ແລະ 1/7, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ​ຫງວຽນ​ເຕີນ​ຢູງ ​ເປັນ​ປະທານ​ກອງ​ປະຊຸມ​ປະຈຳ​ເດືອນ 6/2014
ຫວຽດນາມປະຕິບັດບັນດາມາດຕະການໂດຍສັນຕິ,ສອດຄອ່ງກັບກົດໝາຍສາກົນເພື່ອປົກປັກຮັກສາອະທິປະໄຕຂອງປະເທດຊາດ
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ​ຫງວຽນ​ເຕີນ​ຢູງ  ​ເປັນ​ປະທານ​ກອງ​ປະຊຸມ​ປະຈຳ​ເດືອນ 6/2014 photo:chinhphu.vn  (vovworld)- ​​ໃນ​ວັນ​ທີ 30/6 ​ແລະ 1/7, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ​ຫງວຽນ​ເຕີນ​ຢູງ ​ເປັນ​ປະທານ​ກອງ​ປະຊຸມ​ປະຈຳ​ເດືອນ 6/2014 ​ໂດຍ​ກົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ກັບ​ການ​ນຳ​ທຸກ​ແຂວງ​, ນະຄອນ ​ເພື່ອ​ຕີ​ລາຄາ​ສະພາບ​ເສດຖະກິດ​ສັງຄົມ​ໃນ 6 ​ເດືອນ ຕົ້ນ​ປີ, ພ້ອມ​ທັງ​ກຳນົດ​ບັນດາ​ມາດ​ຕະການ​ສຸມ​ໃສ່​ຊີ້​ນຳ, ບໍລິຫານ​ຢ່າງ​ສະ​ເຫມີ​ຕົ້ນ​ສະ​ເຫມ​ີປາຍ​ໃນ 6 ​ເດືອນ​ທ້າຍ​ປີ 2014.         ໃນ 6 ​ເດືອນ​ຜ່ານ​ມາ, ​ເສດຖະກິດ​ມະຫາ​ພາກ​ສືບ​ຕໍ່ໄດ້​ຮັບ​ການ​ຮັກສາ​ເປັນປົກກະ​ຕິ, ​ໄພ​ເງິນ​ເຟີ້​ຖືກ​ຄວບ​ຄຸມ​ດ້ວຍ​ດັດ​ຊະນີ​ລາຄາ​ໃຊ້​ສອຍ​ໃນ​ເດືອນ 6 ​​ເພີ່ມ​ຂຶ້ນ​ຢູ່​ໃນ​ລະດັບ​ຕຳ່​ສຸດ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ 13 ປີ​ຜ່ານ​ມາ, ຂະ​ແຫນງກະສິກຳ​ເຕີບ​ໂຕ​ຢ່າງ​ແຮງ, ​ເປັນ​ຕົ້ນ​ແມ່ນ​ເຂົ້າສານ​ເພີ່ມ​ຂຶ້ນ​ກວ່າ 800.000 ​ໂຕນ, ລາຍ​ຮັບ​ງົບປະມານ​ເພີ່ມ​ຂຶ້ນ ​ແລະ ຮັບປະກັນ​ຄວາມດຸ່ນດ່ຽງ​ຂອງ​ພື້ນຖານ​ເສດຖະກິດ. ການ​ຈະ​ເລີ​ນ​ເຕີບ​​ໂຕ​ໃນ 6 ​ເດືອນ​ຕົ້ນ​ປີ 2014 ຄາດ​ວ່າ​ບັນລຸ 5,18%.         ກ່ຽວຂ້ອງ​ເຖິງ​ສະພາບ​ການ​ຈີນ​ລ່ວງ​ລ້ຳ​ເຂດ​ທະ​ເລ​ຂອງ​ຫວຽດນາມ, ບັນດາ​ທ້ອງ​ຖິ່ນ​ຊົມ​​ເຊີຍ​ແຜນ​ນະ​ໂຍບາຍ​ສ​ະ​ເໝີ​ຕົ້ນ​ສະ​ເຫມີ​ປາຍ ​ແລະ ບັນດາ​ມາດ​ຕະການ​ຂ້ຽວຂາດ​ໃນ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ​​ແຫ່ງ​ຊາດ​ຂອງ​ພັກ, ລັດ ກໍ​ຄື​ທັດສະນະ​ຂອງ​ລັດຖະບານ ​ແລະ ບັນດາ​ມາດ​ຕະການ​ຊີ້​ນຳ​ແກ້​ໄຂບັນຫາ​ເກີດ​ຂຶ້ນ​ຢ່າງ​ທັນ​ການ, ມີ​ປະສິດທິ​ຜົນ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ສະພາບ​ແວ​ດລ້ອມ​ແຫ່ງ​ການ​ລົງທຶນ. ກ່າວ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກ​ລັດຖະບານ, ການ​ນຳ​ທ້ອງ​ຖິ່ນ ຕ້ອງ​ຕິດຕາມ​ສະພາບ​ການ​ຢ່າງ​ໃກ້ຊິດ, ຄາດ​ຄະ​ເນ​ທຸກ​ສະພາບ​ການ​ໃນ​ທຸກ​ຂົງ​ເຂດ​ເພື່​ອ​ເປັນ​ເຈົ້າ​ການ​ຄິດ​ໄລ່​ຊັ່ງຊາ​ບັນດາ​ມາດ​ຕະການ, ວິທີ​ການ​ລະອຽດ​ໃນ​ການ​ຮັບ​ມື, ​ແກ້​ໄຂ​ໃນ​ບໍ່​ວ່າ​ສະພາບ​ການ​ໃດ​ຢ່າງ​ທັນ​ການ, ມີ​ປະສິດທິ​ຜົນ​. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງ 3 ຈຸດໝາຍ​ສູງ​ສຸດ ຊື່​ງລັດຖະບານ​ຕັດສິນ​ໃຈ​ປະຕິບັດ.
TAG
vovworld/ກອງປະຊຸມ