ຫວຽດນາມຊົມເຊີຍຂໍ້ຕົກລົງນິວເຄຼຍລະຫວ່າງອີຣານ ແລະ ກຸ່ມ P5+1
22/01/2016 11:23
(vovworld)- ວັນທີ 22/1, ເມື່ອຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ທັດສະນະຂອງຫວຽດນາມຕໍ່ໜ້າເລື່ອງວັນທີ 16/1

ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງ (vovworld)- ວັນທີ 22/1, ເມື່ອຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ທັດສະນະຂອງຫວຽດນາມຕໍ່ໜ້າເລື່ອງວັນທີ 16/1, ເລຂາທິການໃຫຍ່ອົງການປະລະມານູສາກົນ ປະກາດຢັ້ງຢືນອີຣານ ໄດ້ສຳເລັດການກະກຽມໂດຍຈຳເປັນເພື່ອເລີ່ມປະຕິບັດໂຄງການດຳເນີນງານຮ່ວມຮອບດ້ານ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງ ໃຫ້ຮູ້ວ່າ : “ ຫວຽດນາມຊົມເຊີຍທຸກຝ່າຍໄດ້ປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ກຳນົດໃນຂໍ້ຕົກລົງນິວເຄຼຍຮອບດ້ານລະຫວ່າງອີຣານ ແລະ ກຸ່ມ P5+1 ໃນໄລຍະທີ່ຜ່ານມາ, ອັນໄດ້ເປີດຊ່ອງທາງໃຫ້ແກ່ການກ້າວໄປເຖິງການຍົກເລີກຄຳສັ່ງຂວຳ້ບາດທີ່ມີຕໍ່ອີຣານ, ສ້າງເງື່ອນໄຂສະດວກໃຫ້ແກ່ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ແລະ ໃນໂລກ ”
TAG
vovworld/ອີຣານ
Related





