VOV WorldVOV World
ຫວຽດນາມຊົມເຊີຍມະຕິ412ຂອງສະພາສູງອາເມລິກາ
12/07/2014 08:15
(vovworld)-ວັນ​ທີ 11/7, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບີ​ງ ຊີ້​ແຈງ​ວ່າ: ຫວຽດນາມ​ຊົມ​ເຊີຍ​ເລື່ອງ​ສະພາ​ສູງອາ​ເມ​ລິ​ກາ ອອກ​ມະຕິ 412 ຮຽກຮ້ອງ​ຈີນ
ຫວຽດນາມຊົມເຊີຍມະຕິ412ຂອງສະພາສູງອາເມລິກາ
​ທ່ານ ເລ​ຫາຍ​ບີ​ງໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ພາບ:thanhnien.vn (vovworld)-ວັນ​ທີ 11/7, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບີ​ງ ຊີ້​ແຈງ​ວ່າ: ຫວຽດນາມ​ຊົມ​ເຊີຍ​ເລື່ອງ​ສະພາ​ສູງອາ​ເມ​ລິ​ກາ ອອກ​ມະຕິ 412 ຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ແລະ ບັນດາ​ກຳລັງ​ຄຸ້ມ​ຊູ​ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ, ບໍ່​ມີ​ການ​ເຄື່ອນ​ໄຫວ​​ໄປ​ຝືນ​ກັບ​ຂໍ​້ກຳນົດ​ສາກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຕຳ​ກັນ​ຢູ່​ທະ​ເລ, ກ່າວ​ປະ​ນາມ​ການ​ກະທຳ​ນາບ​ຂູ່​ຫລື​ນຳ​ໃຊ້​ອາວຸດ, ​ປ່ຽນ​ແປງສະພາບ​ເດີ​ມຢູ່​ທະ​ເລ​ຕາ​ເວັນ​ອອກ​ຫລື​ກໍ່​ຂາດ​ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ອາຊີ ປາຊີ​ຟີ​ກ. ທ່ານ​ເລ​ຫາຍ​ບີ​ງ ​ໃຫ້​ຮູ້​ວ່າ: ຫວຽດນາມ ປາດ​ຖະຫນາ​ຢາກໃຫ້​ບັນດາ​ປະ​ເທດ​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ, ​ໃນ​ນັ້ນ ມີ​ອ​າ​ເມ​ລີ​ກາ ສືບ​ຕໍ່​ມີ​ການ​ປະກອບສ່ວນ​ຢ່າງ​ແຮງ, ​ແທດ​ຈິງ, ມີ​ປະສິດທິ​ຜົນ ​ແລະ ມີ​ລັກສະນະ​ສ້າງສັນ​ຕິ​ພາບ, ສະຖຽນລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ການບິນ​ຢູ່​ພາກ​ພື້ນ​.
TAG
vovworld/ມະຕິ/ສະພາສູງ

More