ອິດສະລາແອັນ ປິດປະຕູດ່ານຊາຍແດນ Rafah
21/04/2026 08:43
[VOVWORLD] - ຮາມາດໄດ້ຕຳໜິຕິຕຽນການກະທຳດັ່ງກ່າວໃນທັນທີ. ໃນສານທາງວີດີໂອ, ທ່ານ Qassem ໂຄສົກຮາມາດ ກ່າວຫາການກະທຳປິດລ້ອມເຂດຊາຍແດນ Rafah ແມ່ນສ່ວນໜຶ່ງໃນເຈດຈຳນົງ “ຮັດແໜ້ນການປິດລ້ອມ” ຂອງອິດສະລາແອັນ “ສຳລັບເຂດກາຊາ”.

21.4-am_sang-10-israel.jpg ດ່ານຊາຍແດນ Rafah (ພາບ:Amr Abdallah Dalsh/REUTERS) ວັນທີ 20 ເມສາ, ອົງການຄຸ້ມຄອງເຂດຊາຍແດນ ແລະ ດ່ານຊາຍແດນ ປາແລັດສະຕິນຢູ່ເຂດກາຊາ ໄດ້ປະກາດວ່າ ອິດສະລາແອັນ ໄດ້ປິດປະຕູດ່ານຊາຍແດນ Rafah ລະຫວ່າງປະເທດນີ້ກັບ ເອຢິບ, ຜ່ານນັ້ນ ເຮັດໃຫ້ການເຄື່ອນໄຫວຂົນສົ່ງຄົນເຈັບ ແລະ ຜູ້ຮັບບາດເຈັບໄປ ປິ່ວປົວຢູ່ຕ່າງປະເທດຖືກຂາດວັກຂາດຕອນ. ຮາມາດໄດ້ຕຳໜິຕິຕຽນການກະທຳດັ່ງກ່າວໃນທັນທີ. ໃນສານທາງວີດີໂອ, ທ່ານ Qassem ໂຄສົກຮາມາດ ກ່າວຫາການກະທຳປິດລ້ອມເຂດຊາຍແດນ Rafah ແມ່ນສ່ວນໜຶ່ງໃນເຈດຈຳນົງ “ຮັດແໜ້ນການປິດລ້ອມ” ຂອງອິດສະລາແອັນ “ສຳລັບເຂດກາຊາ”. ທ່ານໂຄສົກ Hamas ເລ່ງທວງບັນດາຜູ້ເປັນກາງໄກເກ່ຍ ແລະ ບັນດາຝ່າຍຮັບປະກັນຄຳສັ່ງຢຸດຍິງແຊກແຊງ ແລະ ສ້າງຄວາມກົນດັນເພື່ອໃຫ້ຝ່າຍ ອິດສະລາແອັນ ຍົກເລີກຄຳສັ່ງປິດລ້ອມ. ໃນການກະທຳອື່ນ, ກຳລັງປ້ອງກັນພົນລະເຮືອນ ເຂດກາຊາ ໃຫ້ຮູ້ວ່າ ມີຊາວປະແລດຕິນສອງຄົນເສຍຊີວິດ ແລະ ຢ່າງໜ້ອຍສຸດ 10 ຄົນຮັບບາດເຈັບ ໃນການບຸກໂຈມຕີທາງອາກາດຂອງ ອິດສະລາແອັນ ທີ່ເລັ່ງໃສ່ບັນດາປ້ອມຄວບຄຸມຂອງຕຳຫຼວດ, ຄ້າຍລີ້ໄພຂອງຜູ້ຄົນອົບພະຍົບ ແລະ ບັນດາການເຕົ້າໂຮມກັນຢູ່ທົ່ວເຂດດິນແດນ ຂອງປາແລັດສະຕິນ.
TAG
VOV/VOVWORLD/ອິດສະລາແອັນ/ປາແລັດສະຕິນ/ເຂດກາຊາ
Related
More




