ອິດສະຣາແອັນ ແລະ ລີບັງ ຕົກລົງເປັນເອກະພາບເຈລະຈາແບບເຊິ່ງໜ້າ ພາຍຫຼັງການປຶກສາຫາລືຢູ່ ອາເມລິກາ
15/04/2026 09:14
[VOVWORLD] - ວັນທີ 14 ເມສາ, ທ່ານ Tommy Pigot ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ, ອິດສະຣາແອັນ ແລະ ລີບັງ ໄດ້ຕົກລົງເປັນເອກະພາບດຳເນີນບັນດາຮອບເຈລະຈາແບບເຊິ່ງໜ້າ ພາຍຫຼັງທີ່ສອງຝ່າຍໄດ້ດຳເນີນບັນດາ “ການປຶກສາຫາລືທີ່ມີປະສິດທິຜົນ” ຢູ່ ວໍຊິງຕັນ.

ໃນການຖະແຫຼງຂ່າວ, ທ່ານ Tommy Pigot ໃຫ້ຮູ້ວ່າ: “ບັນດາຝ່າຍໄດ້ຕົກລົງເປັນເອກະພາບເລີ່ມດຳເນີນການເຈລະຈາແບບເຊິ່ງໜ້າໃນຈຸດເວລາ ແລະ ສະຖານທີ່ ທີ່ສອງຝ່າຍໄດ້ຕົກລົງກັນໄວ້”. ນອກຈາກນັ້ນແລ້ວ, ທ່ານ Tommy Pigot ກໍໃຫ້ຮູ້ວ່າ ຝ່າຍ ອາເມລິກາ ຊົມເຊີຍສອງປະເທດກ່ຽວກັບຂີດໝາຍປະຫວັດສາດນີ້ ແລະ ສະແດງການສະໜັບສະໜູນຕໍ່ບັນດາຮອບເຈລະຈາຄັ້ງຕໍ່ໄປ. ຕາມຖະແຫຼງການດັ່ງກ່າວ, ຂໍ້ຕົກລົງຢຸດຍິງທຸກສະບັບ ລ້ວນແຕ່ຕ້ອງບັນລຸໄດ້ລະຫວ່າງລັດຖະບານສອງຝ່າຍ, ດ້ວຍການເປັນກາງໄກ່ເກ່ຍຂອງ ອາເມລິກາ, ຫາກບໍ່ພຽງແຕ່ຕ້ອງຜ່ານບໍ່ວ່າເສັ້ນທາງສະເພາະໃດ. ແຈ້ງການດັ່ງກ່າວໄດ້ຍົກອອກມາ ພາຍຫຼັງທີ່ບັນດາທູດພິເສດຂອງ ອິດສະຣາແອັນ ແລະ ລີບັງ ໄດ້ດຳເນີນການເຈລະຈາໃນເວລາ 2 ຊົ່ວໂມງກວ່າ ພາຍໃຕ້ການເປັນກາງໄກ່ເກ່ຍຂອງທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ. ຕາມຖະແຫຼງການໜຶ່ງຈາກກະຊວງການຕ່າງປະເທດ ອາເມລິກາ ແລ້ວ, ອິດສະຣາແອັນ ແລະ ລີບັງ ຍົກອອກຄວາມຫວັງທີ່ແຕກຕ່າງກັນກ່ຽວກັບຂໍ້ຕົກລົງສັນຕິພາບໃນການເຈລະຈາ, ດ້ວຍເລື່ອງ ອິດສະຣາແອັນ ເນັ້ນໜັກເຖິງເລື່ອງປົດອາວຸດຂອງ ເຮັກໂບລາ, ໃນຂະນະທີ່ ລີບັງ ຮຽກຮ້ອງໃຫ້ຢຸດຍິງ ແລະ ມີບັນດາມາດຕະການລະອຽດເພື່ອຫຼຸດຜ່ອນວິກິດການມະນຸດສະທຳຢູ່ພາກພື້ນນີ້.
TAG
VOV/VOVWORLD/ອິດສະຣາແອັນ ແລະ ລີບັງ/ເຈລະຈາ/ກຳລັງ ເຮັກໂບລາ
Related






