VOV WorldVOV World
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ສິ້ນສຸດກາຍຢ້ຽມຢາມ ສ.ອີຕາລີ ຢ່າງຈົບງາມ
15/04/2026 10:41
[VOVWORLD] - ການຢ້ຽມຢາມ ອີຕາລີ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ອີຕາລີ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ສິ້ນສຸດກາຍຢ້ຽມຢາມ ສ.ອີຕາລີ ຢ່າງຈົບງາມ
260415 am 20.jpg ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ແລະ ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ສິ້ນສຸດການຢ້ຽມຢາມ ສ.ອີ​ຕາ​ລີ ຢ່າງຈົບງາມ (ພາບ​ປະ​ກອບ) ຕອນ​ເຊົ້າ​ວັນ​ທີ 15 ເມ​ສາ (ຕາມ​ເວ​ລ​າ​ທ້ອງ​ຖິ່ນ), ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ແລະ ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນ​ຫຼວງ ໂຣມ, ສິ້ນສຸດການຢ້ຽມຢາມ ສ.ອີ​ຕາ​ລີ ຢ່າງຈົບງາມ ແລະ ເດີນ​ທາງໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາສາ​ກົນ ຄັ້ງ​ທີ 152 (IPU – 152) ແລະ ດຳ​ເນີນ​ການ​ເຄື່ອນ​ໄຫວ 2 ຝ່າຍ​ຈຳ​ນວນ​ໜຶ່ງ​ຢູ່​ ຕວັກ​ກີ. ດ້ວຍ​ຫຼາຍການ​ເຄື່ອນ​ໄຫວທີ່​ອຸ​ດົມ​ສົມ​ບູນ​, ຄື: ການ​ພົບ​ປະ​ສົນ​ທະ​ນາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Sergio Mattarella, ໂອ້​ລົມ​ສົນ​ທະ​ນາ​ກັບ​ທ່ານ​ປະ​ທານ​ສະ​ພາ​ຕ​່ຳ Lorenzo Fontana, ພົບ​ປະ​ກັບ​ສັນ​ຕະ​ປະ​ປາ Leo XIV… ການ​ຢ້ຽມ​ຢາມ ອີ​ຕາ​ລີ ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ລັດ​ຖະ​ສະ​ພາ ອີ​ຕາ​ລີ, ຜ່ານນັ້ນ, ກໍ່ປັບ​ປຸງ ແລະ ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອີ​ຕາ​ລີ ໃຫ້​ເຂົ້າ​ສູ່​ລວງ​ເລິກ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ທຸກ​ຂົງ​ເຂດ.
TAG
VOV/VOVWORLD/​ພົວ​ພັນ/​ຄູ່​ຮ່ວມ​ມື​/ຍຸດ​ທະ​ສາດ

More