ອິດສະຣາແອນ ກໍ່ໂທດກຳດັບສູນເຊື້ອຊາດຢູ່ເຂດກາຊາ
10/07/2014 12:54
(vovworld)- ນີ້ແມ່ນຄຳກ່າວຫາໂທດ ຊື່ງປະທານາທິບໍດີ ປາແລດສະຕີນ Mahmud Abbas ຍົກອອກມາໃນວັນທີ 9/7, ພາຍຫລັງບັ້ນຮົບການທະຫານ ຊື່ງ ອິດສະຣາແອນ

ນີ້ແມ່ນຄຳກ່າວຫາໂທດ ຊື່ງປະທານາທິບໍດີ ປາແລດສະຕີນ Mahmud Abbas ຍົກອອກມາໃນວັນທີ 9/7, ພາຍຫລັງບັ້ນຮົບການທະຫານ ຊື່ງ ອິດສະຣາແອນ ດຳເນີນຢູ່ເຂດ ກາຊາ ມາຮອດປະຈຸບັນ ໄດ້ເຮັດໃຫ້ ຊາວປາແລດສະຕີນ 43 ຄົນເສຍຊີວິດ. ກ່າວຄຳເຫັນທີ່ກອງປະຊຸມ ປືກສາຫາລືກ່ຽວກັບວິກິດການປະຈຸບັນ ກັບການນຳຂອງປາແລດສະຕີນ ຢູ່ ນະຄອນ Ramallah ຂຶ້ນກັບຝັງຕາເວັນຕົກແມ່ນ້ຳຈໍແດນ, ທ່ານ Abbas ຢືນຢັນ: ການຂ້າຟັນລັນແທງ ບັນດາຄອບຄົວ ທັງໝົດ ແມ່ນໂທດກຳດັບສູນເຊື້ອຊາດ ຊື່ງອິດສະຣາແອນ ແນໃສ່ປະຊາຊົນປາແລດສະຕີນ. ສິ່ງທີ່ພວມເກີດຂຶ້ນແມ່ນສົງຄາມຕ້ານຄືນຊາວປາແລດສະຕີນທັງໝົດ ບັ້ນຮົບການທະຫານ ຊື່ງ ອິດສະຣາແອນເຮັດໃຫ້ ຊາວປາແລດສະຕີນ 43 ຄົນເສຍຊີວິດ (vovworld)-
TAG
vovworld/vov/ການທະຫານ
Related






